ຂ່າວສານ
ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນິນທຸລະກິດ ໄຕມາດ IV/2025: ຄວາມໄວ້ເນື້ອເຊື່ອໃຈບັນລຸລະດັບສູງສຸດໃນ 7 ປີ
ດ້ວຍ 80 ຄະແນນ, ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນິນທຸລະກິດ (BCI) ໃນໄຕມາດ IV/2025 ຂອງສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ບັນລຸລະດັບສູງສຸດໃນ 7 ປີຜ່ານມາ. ໝາກຜົນນີ້ເປັນຂີດໝາຍການຟື້ນຟູທີ່ຈະແຈ້ງ ແລະ ຍືນຍົງຂອງຄວາມໄວ້ເນື້ອເຊື່ອໃຈດຳເນິນທຸລະກິດ, ນັບທັງເມື່ອສະພາບແວດລ້ອມເສດຖະກິດທົ່ວໂລກຍັງປະເຊີນໜ້າກັບສິ່ງຂາດສະຖຽນລະພາບຫຼາຍຢ່າງ.
BCI ໃນໄຕມາດ IV/2025 ໄດ້ເພີ່ມຈາກ 13.5 ຄະແນນຂຶ້ນເປັນ 80.0 ຊື່ງໄດ້ສ່ອງແສງການປົວແປງຢ່າງຈະແຈ້ງ ແລະ ສະໝ່ຳສະເໝີ ນັບທັງໃນການຕີລາຄາຂອງວິສາຫະກິດ ເອີລົບ ກ່ຽວກັບເງື່ອໄນຂດຳເນີນທຸລະກິດຢູ່ ຫວຽດນາມ ໃນປະຈຸບັນ ກໍ່ຄືຄວາມຄາດຫວັງໃນໄລຍະຈະມາເຖິງ. 65% ວິສາຫະກິດຕີລາຄາວ່າ ສະພາບການດຳເນີນທຸລະກິດປະຈຸບັນແມ່ນຕັ້ງໜ້າ; ອັດຕານີ້ຈະເພີ່ມຂຶ້ນ 69% ໃນໄຕມາ I/2026, ຊື່ງສະແດງໃຫ້ເຫັນຄວາມປະເອີບໃຈສືບຕໍ່ໄດ້ຮັບການປັບປຸງເມື່ອກ້າວເຂົ້າສູ່ປີໃໝ່. ບົດລາຍງານຍັງຮັບຮູ້ວ່າ 65% ວິສາຫະກິດ ເອີລົບໄດ້ຕີລາຄາຢ່າງຕັ້ງໜ້າ, ສະແດງໃຫ້ເຫັນປະສິດທິຜົນການເຄື່ອນໄຫວສູງກ່ວາຫຼາຍພໍສົມຄວນ ເມື່ອທຽວກັບການຄາດຄະເນໃນເບື້ອງຕົ້ນ.








