ຂ່າວສານ

ດັດ​ຊະ​ນີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດຳ​ເນິນ​ທຸ​ລະ​ກິດ ໄຕ​ມາດ IV/2025: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈບັນ​ລຸ​ລະ​ດັບ​ສູງ​ສຸດ​ໃນ 7 ປີ

BCI ໃນໄຕມາດ IV/2025 ໄດ້ເພີ່ມຈາກ 13.5 ຄະແນນຂຶ້ນເປັນ 80.0.
ພາບປະກອບ

ດ້ວຍ 80 ຄະແນນ, ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນິນທຸລະກິດ (BCI) ໃນໄຕມາດ IV/2025  ຂອງສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ບັນລຸລະດັບສູງສຸດໃນ 7 ປີຜ່ານມາ. ໝາກຜົນນີ້ເປັນຂີດໝາຍການຟື້ນຟູທີ່ຈະແຈ້ງ ແລະ ຍືນຍົງຂອງຄວາມໄວ້ເນື້ອເຊື່ອໃຈດຳເນິນທຸລະກິດ, ນັບທັງເມື່ອສະພາບແວດລ້ອມເສດຖະກິດທົ່ວໂລກຍັງປະເຊີນໜ້າກັບສິ່ງຂາດສະຖຽນລະພາບຫຼາຍຢ່າງ.

 BCI  ໃນໄຕມາດ IV/2025  ໄດ້ເພີ່ມຈາກ 13.5 ຄະແນນຂຶ້ນເປັນ 80.0 ຊື່ງໄດ້ສ່ອງແສງການປົວແປງຢ່າງຈະແຈ້ງ ແລະ ສະໝ່ຳສະເໝີ ນັບທັງໃນການຕີລາຄາຂອງວິສາຫະກິດ ເອີລົບ ກ່ຽວກັບເງື່ອໄນຂດຳເນີນທຸລະກິດຢູ່ ຫວຽດນາມ ໃນປະຈຸບັນ ກໍ່ຄືຄວາມຄາດຫວັງໃນໄລຍະຈະມາເຖິງ. 65% ວິສາຫະກິດຕີລາຄາວ່າ ສະພາບການດຳເນີນທຸລະກິດປະຈຸບັນແມ່ນຕັ້ງໜ້າ; ອັດຕານີ້ຈະເພີ່ມຂຶ້ນ 69% ໃນໄຕມາ I/2026, ຊື່ງສະແດງໃຫ້ເຫັນຄວາມປະເອີບໃຈສືບຕໍ່ໄດ້ຮັບການປັບປຸງເມື່ອກ້າວເຂົ້າສູ່ປີໃໝ່. ບົດລາຍງານຍັງຮັບຮູ້ວ່າ 65% ວິສາຫະກິດ ເອີລົບໄດ້ຕີລາຄາຢ່າງຕັ້ງໜ້າ, ສະແດງໃຫ້ເຫັນປະສິດທິຜົນການເຄື່ອນໄຫວສູງກ່ວາຫຼາຍພໍສົມຄວນ ເມື່ອທຽວກັບການຄາດຄະເນໃນເບື້ອງຕົ້ນ.


top