• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ປະ​ສິ​ດ​ທິ​ຜົນ​ການໂຄ​ສະ​ນາ​ໃນ​ຂົງ​ເຂດ ​ການ​ທະ​ຫານ, ການປ້ອງ​ກັນ​ຊາດ

ຕອນບ່າຍວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ອົງຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະກັບການນຳບັນດາອົງການຊີ້ນຳ, ອົງການບໍລິຫານ, ອົງການຖະແຫຼງຂ່າວສູນກາງເນື່ອງໃນໂອກາດຕົ້ນປີໃໝ່ປີຂານ 2022.

ຕອນບ່າຍວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ອົງຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະກັບການນຳບັນດາອົງການຊີ້ນຳ, ອົງການບໍລິຫານ, ອົງການຖະແຫຼງຂ່າວສູນກາງເນື່ອງໃນໂອກາດຕົ້ນປີໃໝ່ປີຂານ 2022.

 

ທ່ານພົນເອກ ຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄຳເຫັນທີ່ການພົບປະ. (ພາບ: TTXVN)

ກ່າວຄຳເຫັນຢູ່ນີ້, ທ່ານພົນເອກ ຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງການຕ່າງປະເທດ ແລະ ບັນດາອົງການຖະແຫຼງຂ່າວທີ່ເປັນກຳລັງຫຼວງຂອງສູນກາງ ສືບຕໍ່ສົມທົບຢ່າງແໜັ້ນແຟ້ນກັບກະຊວງປ້ອງກັນປະເທດແນໃສ່ຍູ້ແຮງ, ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດປ້ອງກັນຊາດ; ສົມທົບກັນປະຕິບັດການແລກປ່ຽນ, ສະໜອງຂໍ້ມູນໃຫ້ເປັນຢ່າງດີ, ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການສວຍໃຊ້ໂອກາດເພື່ອຍຸແຍ່, ມ້າງເພທຳລາຍພັກ, ລັດ, ກອງທັບ. ທ່ານພົນເອກ ຟານວັນຢ່າງ ໄດ້ເນັ້ນໜັກວ່າ ບັນດາອົງການຖະແຫຼງຂ່າວຂອງສູນກາງຕ້ອງສົມທົບກັບກະຊວງປ້ອງກັນປະເທດ ຄົ້ນຄ້ວາຍົກສູງຄູນນະພາບຂໍ້ມູນໂຄສະນາຢ່າງຮອບດ້ານ, ເລິກເຊິ່ງກວ່າອີກກ່ຽວກັບໜ້າທີ່ການທະຫານ, ປ້ອງກັນຊາດ; ຜະລິດບັນດາລາຍການສາລະຄະດີ, ຮູບເງົາເອກະສານເພື່ອອອກອາກາດໃນບັນດາຊ່ອງກະຈາຍສຽງ, ໂທລະພາບເນື່ອງໃນໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງປະເທດ, ກອງທັບ, ກະຊວງປ້ອງກັນປະເທດ ຈະສືບຕໍ່ຊີ້ນຳບັນດາອົງການ, ໜ່ວຍງານໃນທຸກຂັ້ນເພີ່ມທະວີການສົມທົບກັນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາອົງການຖະແຫຼງຂ່າວ, ສື່ມວນຊົນພາຍໃນປະເທດ ໄດ້ມີການຖະແຫຼງຂ່າວ, ໂຄສະນານຢ່າງທັນການ, ມີປະສິດທິຜົນກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ພົວພັນຕ່າງປະເທດປ້ອງກັນຊາດ ແລະ ການເຄື່ອນໄຫວກໍ່ສ້າງທະຫານປະຊາຊົນ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top