• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ ຂອງ ຫວຽດ​ນາມ

ກອງປະຊຸມເປີດສາກປີ ຫວຽດນາມເປັນປະທານ ອາຊຽນ 2020 ໂດຍສະພາດຳເນີນທຸລະກິດ ອັງກິດ - ອາຊຽນ (UKABC) ຈັດຕັ້ງຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ໃນວັນທີ 14 ມັງກອນ, ໄດ້ສຸມໃສ່ ຫົວຂໍ້ ບົດບາດປະທານ ອາຊຽນຂອງ ຫວຽດນາມ ໃນປີ 2020.

ທ່ານ ເຈິ່ນງອັກອານແນະນຳບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ ຢູ່ ສະພາດຳເນີນທຸລະກິດ ອັງກິດ - ອາຊຽນ ໃນວັນທີ 14 ມັງກອນ ຢູ່ລອນດອນ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ເຈິ່ນງັອກອານ ມີບົດກ່າວປາໄສ ອັນສຳຄັນ ໃນນັ້ນຢັ້ງຢືນ ວ່າ ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ຈະເຮັດວຽກກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີຜົນປະໂຫຍດ ແລະ ຄວາມວັດທະນາຖາວອນຂອງ ກຸ່ມອາຊຽນ ຜ່ານບັນດາຂໍ້ລິເລີ່ມນະໂຍບາຍ, ການສົມທົບກັນ, ຄວາມເຫັນດີເຫັນພ້ອມ ແລະ ການຮ່ວມມື. ຄຳຂັວນທີ່ ຫວຽດນາມ ຍົກອອກໃນປີ 2020 ແມ່ນ “ຄວາມນຶກຄິດ ແລະ ການກະທຳຕາມຈິດໃຈປະຊາຄົມ” ແລະ ຫົວຂໍ້ ອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການ ຮັບມື”.

ທ່ານເອກອັກຄະລັດຖະທູດ ເຈິ່ນງັອກອານ ໃຫ້ຮູ້ວ່າ ດ້ວຍໜ້າທີ່ເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມຈະຊຸກຍູ້ບັນດາຄວາມສົນໃຈຂອງ ອາຊຽນ ຢູ່ ສະພາຄວາມໝັ້ນຄົງ ສປຊ ແລະ ເປັນຂົວເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ສປຊ ເພື່ອ ປະຕິບັດ ແຜນການຂອງ ອາຊຽນໃຫ້ຖືກກັບບັນດາເປົ້າໝາຍຂອງ ສປຊ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top