ຂ່າວສານ
ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍເພື່ອຮັບໃຊ້ຜົນປະໂຫຍດຂອງປະເທດຊາດໃຫ້ດີທີ່ສຸດ

ກ່າວຄຳເຫັນທີ່ການຕ້ອນຮັບຜູ້ແທນເຂົ້າຮ່ວມກອງປະຊຸມການຕ່າງປະເທດຄັ້ງທີ 31 ພາຍຫຼັງພິທີມອບຂໍ້ຕົກລົງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໃນການພົວພັນສາກົນໃນປັດຈຸບັນ, ຄວນຍົກສູງຫຼັກການ ຖືຜົນປະໂຫຍດຂອງປະເທດຊາດເປັນພື້ນຖານເພື່ອແກ້ໄຂບັນດາບັນຫາພົວພັນຕ່າງປະເທດ. ພ້ອມດຽວກັນນັ້ນ ແມ່ນປະຕິບັດການທູດຢ່າງທ່ຽງທຳ, “ຈາກຫົວໃຈເຖິງຫົວໃຈ” ສະແດງຢ່າງຈິງໃຈ, ເຊື່ອໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີວ່າ ຕ້ອງເພີ່ມທະວີວຽກງານຄົ້ນຄວ້າ ແລະ ຄາດຄະເນສະພາບການຕາມທິດເປັນເຈົ້າການ ແລະກ້າຫານກວ່າເກົ່າ, ໂດຍສະເພາະແມ່ນໃນສະພາບການທີ່ບັນດາປະເທດ ປ່ຽນແປງຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19; ທ່ານຢັ້ງຢືນວ່າ ຄວນ “ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າຂອງການພົວພັນຕ່າງປະເທດໃນການກໍ່ສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ລະດົມແຫຼ່ງກຳລັງຈາກພາຍນອກເພື່ອພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບາດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍເນັ້ນໜັກເຖິງໜ້າທີ່ຍຸດທະສາດແຖວໜ້າຂອງຂະແໜງການຕ່າງປະເທດນັ້ນແມ່ນ ຮັກສາສະພາບແວດລ້ອມສັນຕິພາບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)