ຂ່າວສານ

ຍົກ​ສູງ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​​ຊາດ​ໃຫ້​ດີ​ທີ່​ສຸດ

ຕອນບ່າຍວັນທີ 14 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂໍ້ຕົກລົງປະດັບຕຳໜ່ງເອກອັກຄະລັດຖະທູດ ໃຫ້ການນຳກະຊວງການຕ່າງປະເທດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ, ການນຳຫົວໜ່ວຍຕ່າງໆຂອງກະຊວງການຕ່າງປະເທດ, ການນຳອົງການຈັດຕັ້ງສາກົນ ທີ່ ຫວຽດນາມ ເປັນສະມາຊິກ ເຊິ່ງລວມທັງໝົດ 26 ທ່ານ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບຜູ້ແທນເຂົ້າຮ່ວມກອງປະຊຸມການຕ່າງປະເທດຄັ້ງທີ 31 ພາຍຫຼັງພິທີມອບຂໍ້ຕົກລົງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໃນການພົວພັນສາກົນໃນປັດຈຸບັນ, ຄວນຍົກສູງຫຼັກການ ຖືຜົນປະໂຫຍດຂອງປະເທດຊາດເປັນພື້ນຖານເພື່ອແກ້ໄຂບັນດາບັນຫາພົວພັນຕ່າງປະເທດ. ພ້ອມດຽວກັນນັ້ນ ແມ່ນປະຕິບັດການທູດຢ່າງທ່ຽງທຳ, “ຈາກຫົວໃຈເຖິງຫົວໃຈ” ສະແດງຢ່າງຈິງໃຈ, ເຊື່ອໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີວ່າ ຕ້ອງເພີ່ມທະວີວຽກງານຄົ້ນຄວ້າ ແລະ ຄາດຄະເນສະພາບການຕາມທິດເປັນເຈົ້າການ ແລະກ້າຫານກວ່າເກົ່າ, ໂດຍສະເພາະແມ່ນໃນສະພາບການທີ່ບັນດາປະເທດ ປ່ຽນແປງຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19; ທ່ານຢັ້ງຢືນວ່າ ຄວນ “ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າຂອງການພົວພັນຕ່າງປະເທດໃນການກໍ່ສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ລະດົມແຫຼ່ງກຳລັງຈາກພາຍນອກເພື່ອພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບາດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍເນັ້ນໜັກເຖິງໜ້າທີ່ຍຸດທະສາດແຖວໜ້າຂອງຂະແໜງການຕ່າງປະເທດນັ້ນແມ່ນ ຮັກສາສະພາບແວດລ້ອມສັນຕິພາບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)


top