• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງບົດບາດ, ທີ່ຕັ້ງຂອງອົງການຜູ້ແທນປະຊາຊົນຂັ້ນທ້ອງຖິ່ນ

ຢູ່ ຫວຽດນາມ, ອົງການຜູ້ແທນປະຊາຊົນລວມມີ: ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ສະພາປະຊາຊົນແມ່ນອົງການຜູ້ແທນປະຊາຊົນຂັ້ນທ້ອງຖິ່ນ ແລະ ແມ່ນອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ.

ຢູ່ ຫວຽດນາມ, ອົງການຜູ້ແທນປະຊາຊົນລວມມີ: ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ສະພາປະຊາຊົນແມ່ນອົງການຜູ້ແທນປະຊາຊົນຂັ້ນທ້ອງຖິ່ນ ແລະ ແມ່ນອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ.

 

ກອງປະຊຸມສະຫຼຸບ ແລະ ຜັນຂະຫຍາຍວຽກງານປີ 2022 ຂອງສະພາປະຊາຊົນບັນດາແຂວງ, ນະຄອນຢູ່ພາກເໜືອ. (ພາບ: TTXVN)

ຕອນເຊົ້າວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບ ແລະ ຜັນຂະຫຍາຍວຽກງານປີ 2022 ຂອງສະພາປະຊາຊົນບັນດາແຂວງ, ນະຄອນຢູ່ພາກເໜືອ ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນບົດບາດ, ທີ່ຕັ້ງຂອງອົງການສິດອຳນາດຂອງລັດຢູ່ທ້ອງຖິ່ນ. ຈາກນັ້ນ, ສາມາດເສີມຂະຫຍາຍບັນດາທ່າແຮງຂອງແຕ່ລະທ້ອງຖິ່ນ, ຮັບປະກັນພ້ອມກັບທົ່ວປະເທດປະຕິບັດເປົ້າໝາຍພັດທະນາເສດຖະກິດ- ສັງຄົມ.

ຢູ່ ຫວຽດນາມ, ອົງການຜູ້ແທນປະຊາຊົນລວມມີ: ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ສະພາປະຊາຊົນແມ່ນອົງການຜູ້ແທນປະຊາຊົນຂັ້ນທ້ອງຖິ່ນ ແລະ ແມ່ນອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ.

ເປັນເຈົ້າການປະຕິບັດບົດບາດອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ

ປີ 2021, ສະພາປະຊາຊົນທຸກຂັ້ນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ຊຶ່ງແມ່ນການເລືອກຕັ້ງມີຂອບຂະໜາດໃຫຍ່ທີ່ສຸດ ແລະ ມີອັດຕາຜູ້ມີສິດເລືອກຕັ້ງ ໄປປ່ອນບັດຫຼາຍກວ່າໝູ່ ນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍກວ່າ 99% ຈຳນວນຜູ້ມີສິດເລືອກຕັ້ງທັງໝົດໄປປ່ອນບັດ.

ພາຍຫຼັງການເລືອກຕັ້ງ, ສະພາປະຊາຊົນບັນດາແຂວງ, ນະຄອນ ອາຍຸການ 2021 – 2026 ໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກ ເພື່ອພິຈາລະນາບັນດາເນື້ອໃນກ່ຽວກັບວຽກງານຈັດຕັ້ງ, ກົງຈັກ ແລະ ພະນັກງານ, ຕົກລົງບາງມາດຕະການແກ້ໄຂໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ການຟື້ນຟູ ແລະ ພັດທະນາເສດຖະກິດ. ກໍ່ໃນປີ 2021, ສະພາປະຊາຊົນຫຼາຍແຂວງໄດ້ຈັດກອງປະຊຸມສະເພາະກິດ, ບາງແຂວງໄດ້ຈັດກອງປະຊຸມແຕ່ 3 ຫາ 6 ຄັ້ງ ເພື່ອຕົກລົງບັນດາບັນຫາສຳຄັນທີ່ຕິດພັນກັບສະພາບການ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໃນບໍລິເວນ ແລະ ສືບຕໍ່ບູລະນະບຸກຄະລາກອນໃຫ້ສົມບູນແບບ.

ຕາມການສະຖິຕິນັບແຕ່ຕົ້ນອາຍຸການ 2021 – 2026 ມາຮອດປະຈຸບັນ, ສະພາປະຊາຊົນຂັ້ນແຂວງ ຢູ່ທ້ອງຖິ່ນໜຶ່ງ ໄດ້ປະກາດໃຊ້ມະຕິຢ່າງໜ້ອຍ 35 ສະບັບ, ພິເສດມີທ້ອງຖິ່ນໄດ້ປະກາດໃຊ້ມະຕິເຖິງ 190 ສະບັບ, ສ້າງພື້ນຖານດ້ານນິຕິກຳເພື່ອປະຕິບັດເປົ້າໝາຍທີ່ໄດ້ວາງອອກ. ນີ້ແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດໃຫ້ແກ່ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງ. ບັນດາມະຕິທີ່ໄດ້ປະກາດໃຊ້ໄດ້ຕອບສະໜອງພຶດຕິກຳຕົວຈິງທີ່ໄດ້ວາງອອກໂດຍພື້ນຖານ, ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ.

ພ້ອມກັນນັ້ນ, ວຽກງານຕິດຕາມ, ກະຕຸກຊຸກຍູ້ບັນດາອົງການ, ສຳນັກງານ, ຫົວໜ່ວຍແກ້ໄຂ, ໃຫ້ຄຳຕອບຕໍ່ຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ການຮ້ອງທຸກ, ຟ້ອງຮ້ອງຂອງພົນລະເມືອງກໍ່ໄດ້ປະຕິບັດຢ່າງເປັນປະຈຳ, ມີປະສິດທິຜົນ. ທ່ານນາງ ຫງວຽນທິແທງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດຂຶ້ນກັບຄະນະປະຈຳສະພາແຫ່ງຊາດ, ຕີລາຄາວ່າ:

“ປີ 2021 ແມ່ນປີເຊື່ອມຕໍ່ລະຫວ່າງ 2 ອາຍຸການຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ໃນສະພາບການເຄື່ອນໄຫວຂອງການປ້ອງກັນ, ຕ້ານໂລກລະບາດ ແລະ ການແຜ່ລະບາດຢ່າງຮ້າຍແຮງໃນຂອບເຂດທົ່ວປະເທດ, ແຕ່ດ້ວຍຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງ, ການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນໃນປີ 2021 ບັນລຸໄດ້ໝາກຜົນສຳຄັນ”.

ຮ່ວມເດີນທາງຜ່ານຜ່າຄວາມຫຍຸ້ງຍາກ

ປີ 2022, ດ້ວຍການຜັນຂະຫຍາຍບັນດາລັດຖະນະໂຍບາຍຂອງລັດຖະບານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຮຽກຮ້ອງການຮັບມືຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນການປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີໄລຍະ 2021 – 2030 ແລະ ບັນດາແຜນການ 5 ປີໄລຍະ 2021 – 2025, ຮຽກຮ້ອງໃຫ້ສະພາປະຊາຊົນທຸກຂັ້ນເປັນເຈົ້າການ, ຕັ້ງໜ້າປະຕິບັດບົດບາດເປັນອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ. ຕາມນັ້ນແລ້ວ, ໄຈ້ແຍກ, ຕີລາຄາສະພາບການຕົວຈິງ, ບັນດາຄວາມຫຍຸ້ງຍາກ, ບົດຮຽນທີ່ດເພື່ອມີມາດຕະການແກ້ໄຂຢ່າງລະອຽດ ແນໃສ່ຍົກສູງປະສິດທິຜົນ, ປະສິດທິພາບການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນກວ່າອີກ. ສະພາປະຊາຊົນທຸກຂັ້ນກໍ່ຈະເພີ່ມທະວີການເຄື່ອນໄຫວສະໜິດຕິດພັນລະຫວ່າງສະມາຊິກສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງ, ເປັນເຈົ້າການເຂົ້າຮ່ວມແຕ່ຫົວທີໃນການກວດ ແລະ ປະກອບຄຳເຫັນໃສ່ຮ່າງມະຕິທີ່ຍື່ນສະເໜີຢູ່ກອງປະຊຸມຂອງສະພາ.

ໂດຍແມ່ນອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ, ສະພາປະຊາຊົນໄດ້ສວມບົດບາດສຳຄັນໃນການປະກາດໃຊ້ບັນດາລັດຖະນະໂຍບາຍພັດທະນາເສດຖະກິດ - ສັງຄົມ, ພ້ອມທັງດ້ວຍພາລະບົດບາດຕິດຕາມກວດກາການປະຕິບັດຂອງແຕ່ລະແຂວງ, ນະຄອນ. ຍ້ອນເຫດນັ້ນ, ເລື່ອງຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນໃນໄລຍະຈະມາເຖິງແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ອົງການຜູ້ແທນປະຊາຊົນຂັ້ນທ້ອງຖິ່ນເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງຕົນ, ປະກອບສ່ວນນຳໃຊ້ທ່າແຮງຂອງຮາກຖານຮັບປະກັນພ້ອມກັບທົ່ວປະເທດປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top