• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະດັບການພົວພັນທາງດ້ານການທູດລະຫວ່າງ ຫວຽດນາມ - ອົດສະຕາລີ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Fairfax Media ເນື່ອງໃນໂອກາດໄປຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ໃນລະຫວ່າງວັນທີ 14 – 18 ມີນາ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ  

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Fairfax Media ເນື່ອງໃນໂອກາດໄປຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ໃນລະຫວ່າງວັນທີ 14 – 18 ມີນາ,  ທ່ານ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ຍົກລະດັບການພົວພັນທາງດ້ານການທູດລະຫວ່າງຫວຽດນາມ - ອົດສະຕາລີ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຈະເປີດໜ້າປະວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນການຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ, ສ້າງຂອບເຂດດ້ານການເມືອງ ແລະ ດ້ານນິຕິກຳ ເພື່ອຍົກລະດັບການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ປະກອບສ່ວນນຳການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ສາກົນ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ ເພື່ອນຳການພົວພັນພັດທະນາໃຫ້ສົມກັບເນື້ອແທ້ຍຸດທະສາດ, ສອງຝ່າຍຕ້ອງສືບຕໍ່ປັບປຸງ ແລະ ເປີດກວ້າງການຮ່ວມມືໃນ  ທຸກຂົງເຂດ.

        ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ ແລະ ກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອົດສະຕາລີ ດຳເນີນທຸລະກິດ ແລະ ລົງທຶນຢູ່ຫວຽດນາມແມ່ນຍັງມີຫຼາຍຢູ່, ທ່ານ ນາຍົກລັດຖະມົນຕີຖືວ່າ ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຈະນຳມາເຖິງບັນດາກາລະໂອກາດໃໝ່ໃຫ້ແກ່ວິສາຫະກິດຂອງສອງປະເທດ. ບັນດາວິສາຫະກິດ ອົດສະຕາລີ ອາດຈະເປີດກວ້າງການດຳເນີນທຸລະກິດ ແລະ ການລົງທຶນຢູ່ຫວຽດນາມໃນບັນດາຂົງເຂດ ທີ່ອົດສະຕາລີມີທ່າແຮງ ແລະ ຫວຽດນາມພວມມີຄວາມຕ້ອງການ ເຊັ່ນ ເຕັກໂນໂລຢີສູງ, ການປະດິດສ້າງ, ການປຸງແຕ່ງ, ພະລັງງານທີ່ເປັນມິດກັບສິ່ງແວດລ້ອມ ແລະ ອື່ນໆ.

        ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກຢັ້ງຢືນວ່າທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມື ອາຊຽນ - ອົດສະຕາລີຍັງມີຫຼາຍຢູ່. ເພື່ອຍາດແຍ່ງບັນດາສິ່ງດັ່ງກ່າວ, ອາຊຽນ - ອົດສະຕາລີຄວນສືບຕໍ່ຢືນຢັນຄຳໝັ້ນສັນຍາດ້ວຍຄວາມຕັດສິນໃຈສູງ ເພື່ອແນໃສ່ຮັກສາການຮ່ວມສຳພັນຕໍ່ເສດຖະກິດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)


ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top