• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງ​ການ​​ສ້າງ​ລະ​ບອບ​ລະ​ບ​ຽບ​ການ, ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ

ວັນທີ 17 ທັນວາ, ກອງປະຊຸມສຳມະນາວັດທະນະທຳ ປີ 2022 ໄດ້ດຳເນີນຢູ່ແຂວງບັກນິງ ດ້ວຍຫົວຂໍ້ “ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ”.
  ກອງປະຊຸມສຳມະນາວັດທະນະທຳ ປີ 2022 (ພາບ: baobacninh.com.vn/)  

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ວັດທະນະທຳມີທີ່ຕັ້ງ, ບົດບາດ, ຄວາມໝາຍສຳຄັນທີ່ສຸດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ໃນຕະຫຼອດໄລຍະປະຫວັດສາດ ພັກ ແລະ ລັດ ຍາມໃດກໍ່ຖືບົດບາດ, ທີ່ຕັ້ງຂອງວັດທະນະທຳເປັນສຳຄັນທີ່ສຸດ. ໜຶ່ງໃນບັນດາບາດກ້າວບຸກທະລຸດ້ານຍຸດທະສາດ ໃນໄລຍະຈະມາເຖິງ ແມ່ນຕ້ອງສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ປຸກລຸກຄາດຫວັງພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ ແລະ ເສີມຂະຫຍາຍໄດ້ຄຸນຄ່າທາງດ້ານວັດທະນະທຳ, ກຳລັງແຮງຂອງຊາວຫວຽດນາມ ບົນຈິດໃຈສາມັກຄີ, ຄວາມເອກອ້າງທະນົງໃຈຊົນຊາດ ໃນພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ:

ລະບອບລະບຽການຄຸ້ມຄອງລັດ ກ່ຽວກັບວັດທະນະທຳຕ້ອງໄດ້ປ່ຽນແປງໃໝ່ຢ່າງຄົບຊຸດ ດ້ວຍວິວັດການສ້າງລະບົບກົດໝາຍໃຫ້ສຳເລັດຕາມທິດຍົກສູງປະສິດທິຜົນໃນການຄຸ້ມຄອງວັດທະນະທຳທີ່ເໝາະສົມກັບສະພາບການເສດຖະກິດການຕະຫຼາດກຳນົດສັງຄົມນິຍົມເອົາໃຈໃສ່ເປັນພິເສດເຖິງບົດບາດຂອງປະຊາຊົນໃນການເສີມຂະຫຍາຍພາລະກິດວັດທະນະທຳ

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top