• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມສຳພັນກໍ່ສ້າງເຂດວັດຖຸດິບ ເພື່ອສົ່ງອອກຜະລິດຕະພັນກະເສດແບບຍືນຍົງ

ໄລຍະຜ່ານມາ, ຜະລິດຕະພັນກະເສດ ຫວຽດນາມ ໄດ້ຄ່ອຍໆແຊກຊຶມເຂົ້າບັນດາຕະຫລາດຕ່າງປະເທດທີ່ເຄັ່ງຄັດກັບຄຸນນະພາບຄື: ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ, ສ. ເກົາຫລີ, ໄທ, ສະຫະພາບເອີລົບ, ຈີນ ແລະ ຫລາຍປະເທດອື່ນ. ເພື່ອໃຫ້ມີໝາກຜົນນີ້, ນອກຈາກຂັ້ນຕອນການປູກຝັງທີ່ປອດໄພ, ຜະລິດຕະພັນມີຄຸນນະພາບແລ້ວ ຍັງຕ້ອງມີການຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງຜູ້ຜະລິດກັບວິສາຫະກິດ ເພື່ອກໍ່ສ້າງເຂດວັດຖຸດິບ, ຮັບໃຊ້ໃຫ້ການສົ່ງອອກ. ນີ້ພວມແມ່ນທິດກ້າວເດີນໂດຍບັນດາເຮືອນສວນຢູ່ ເຂດທົ່ງພຽງແມ່ນ້ຳຂອງ ຜັນຂະຫຍາຍ.
ໄລຍະຜ່ານມາໝາກໄມ້ສົ່ງອອກໄປຍັງບັນດາຕະຫລາດສາກົນ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ. ພາບ: VOV

ເຂດທົ່ງພຽງແມ່ນ້ຳຂອງ ແມ່ນສະຖານທີ່ປະກອບສ່ວນຫລາຍສຸດໃຫ້ແກ່ວົງເງິນການສົ່ງອອກໝາກໄມ້ຂອງທົ່ວປະເທດ. ມີໝາກໄມ້ຫລາຍປະເພດຄື ໝາກທຸລຽນ, ໝາກມ່ວງ, ໝາກລຳໄຍ, ໝາກມັງກອນ, ໝາກນ້ຳນົມ… ໄລຍະຜ່ານມາໄດ້ສົ່ງອອກໄປຍັງບັນດາຕະຫລາດສາກົນ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ.

ອ້າຍ ຫງວຽນຮວ່າງແອງ, ຢູ່ ຕາແສງ ເທີຍຮຶງ, ເມືອງ ເກີ່ດໍ໋, ນະຄອນ ເກີນເທີ ໃຫ້ຮູ້ວ່າ: ປະຈຸບັນ ຄອບຄົວອ້າຍ ພວມປູກຕົ້ນລຳໄຍ ເພື່ອສົ່ງອອກໄປຍັງຕະຫລາດ ອາເມລິກາ, ອົດສະຕາລີ ແລະ ບາງປະເທດອື່ນ ດ້ວຍເນື້ອທີ່ເກືອບ 5 ເຮັກຕາ ຊື່ງໄດ້ປູກຕາມມາດຖານ VietGap, ໝູນໃຊ້ຂັ້ນຕອນການປູກຝັງຢ່າງເຄັ່ງຄັດຄື: ໃສ່ຝຸ່ນ, ຢາປາບສັດຕູພືດ.

“ເພື່ອສົ່ງອອກ ເຮົາຕ້ອງປະຕິບັດຕາມຂັ້ນຕອນຂອງການສົ່ງອອກ, ຕ້ອງຕາມມາດຖານ. ແຕ່ລະຕະຫລາດຮຽກຮ້ອງມາດຖານແຕກຕ່າງກັນ. ຢາກສົ່ງອອກຜະລິດຕະພັນໄປຍັງຕະຫລາດ ອາເມລິກາ ຕ້ອງຮັບປະກັນດ້ານຄຸນນະພາບ, ການສົ່ງອອກໄປຍັງເອີລົບ ຕ້ອງປະຕິບັດຕາມ VietGap, ຕາມຂັ້ນຕອນຂອງສະຫະກອນ”.

ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ເກີນເທີ ແລ້ວ, ປະຈຸບັນ ທ້ອງຖິ່ນມີ 193 ລະຫັດເຂດປູກໝາກໄມ້ ດ້ວຍເນື້ອທີ່ກວ່າ 2.600 ເຮັກຕາ ເພື່ອສົ່ງອອກໄປຍັງບັນດາຕະຫລາດທີ່ເຄັ່ງຄັດກັບຄຸນນະພາບ. ທ່ານ ເຈີນທາຍງຽມ, ຮອງຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ເກີນເທີ ໃຫ້ຮູ້ວ່າ: ແຕ່ລະປີ ຜະລິດຕະພັນໝາກໄມ້ຂອງນະຄອນແມ່ນບັນລຸກວ່າ 200.000 ໂຕນ, ຂະແຫນງກະສິກຳ ເກີນເທີ ພວມເປີດກວ້າງຂອບຂະຫນາດເຂດປູກ, ສ້າງບັນດາເຂດປູກຕົ້ນໄມ້ກິນໝາກແບບລວມສູນເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫລາດນຳເຂົ້າກ່ຽວກັບການຫາແຫລ່ງກຳເນີດສິນຄ້າ, ຄຸນນະພາບຜະລິດຕະພັນ ແລະ ຄ່ອຍໆສ້າງເຄື່ອງໝາຍໝາກໄມ້ສົ່ງອອກຂອງ ນະຄອນ.

“ໃນຊຸມປີມໍ່ໆມານີ້ ບັນຫາຮ່ວມສຳພັນ, ຈຳຫນ່າຍໃນຂະແຫນງຕົ້ນໄມ້ກິນໝາກຢູ່ ນະຄອນ ເກີນເທີ ພວມດຳເນີນໄປຢ່າງຟົດຟື້ນ. ມີໝາກໄມ້ຫລາຍປະເພດມີມູນຄ່າ, ພິເສດ ຊຸມປີຜ່ານມານີ້ ໝາກທຸລຽນ, ລຳໄຍ, ໝາກນ້ຳນົມ... ໄດ້ຮັບຄວາມສົນໃຈຈາກວິສາຫະກິດຫລາຍແຫ່ງເມື່ອສ້າງລະຫັດເຂດປູກ, ບັນດາວິສາຫະກິດ ລ້ວນແຕ່ມີຄວາມປາດຖະຫນາຢາກຮ່ວມສຳພັນກໍ່ສ້າງເຂດວັດຖຸດິບເພື່ອພັດທະນາຕະຫລາດສົ່ງອອກ”.

ໝາກລຳໄຍສົ່ງອອກໄປຍັງຕະຫລາດ ອາເມລິກາ,ອົດສະຕາລີ ແລະບາງປະເທດອື່ນ ລ້ວນແຕ່ໄດ້ປູກຝັງຕາມມາດຖານ VietGap. ພາບ: VOV

ຕາມກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ການສົ່ງອອກໝາກໄມ້ຢູ່ເຂດ ທົ່ງພຽງແມ່ນ້ຳຂອງ ໄດ້ປະກອບສ່ວນໃຫຍ່ຫລວງໃຫ້ແກ່ການສົ່ງອອກລວມຂອງປະເພດສິນຄ້ານີ້ຂອງຫວຽດນາມ... ເຖິງຢ່າງໃດກໍຕາມ, ຄວາມສາມາດບົ່ມຊ້ອນຂອງການສົ່ງອອກໝາກໄມ້ຢູ່ເຂດທົ່ງພຽງແມ່ນ້ຳຂອງຍັງໃຫຍ່ຫລວງຢູ່ ຖ້າຍູ້ແຮງການຮ່ວມສຳພັນລະຫວ່າງຊາວກະສິກອນກັບ ສະຫະກອນ ແລະ ວິສາຫະກິດໃນການກໍ່ສ້າງເຂດວັດຖຸດິບກວ່າອີກ ເພື່ອສົ່ງອອກ. ທ່ານ ເລແທງຕຸ່ງ, ຮອງຫົວຫນ້າກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

 “ບັນຫາຮ່ວມສຳພັນ ແມ່ນທ່າອ່ຽງໄດ້ຮັບການຜັນຂະຫຍາຍຢ່າງແຮງໃນໄລຍະມໍ່ໆມານີ້. ມີຫລາຍຄອບຄົວຊາວກະສິກອນໄດ້ເຂົ້າຮ່ວມສະຫະກອນ ແລະ ສະຫະກອນໄດ້ຮ່ວມສຳພັນກັບວິສາຫະກິດ, ມີບາງສະຫະກອນໄດ້ສົ່ງອອກໂດຍກົງ... ນັ້ນແມ່ນວິທີພັດທະນາຕົ້ນໄມ້ກິນໝາກຢູ່ທາງພາກໃຕ້ປະຈຸບັນ. ການຮ່ວມສຳພັນ ຮັບປະກັນຄຸນນະພາບຄວາມປອດໄພຂອງສະບຽງອາຫານ ແມ່ນທ່າອ່ຽງ ແລະ ຜ່ານນັ້ນ ກໍ່ຊ່ວຍພັດທະນາຜະລິດຕະພັນກະເສດຢູ່ພາຍໃນປະເທດ ກໍ່ຄືການສົ່ງອອກແບບຍືນຍົງ”.

ເນື້ອທີ່ຕົ້ນໄມ້ກິນໝາກຢູ່ ຫວຽດນາມ ປະຈຸບັນ ຄາດວ່າ ແມ່ນປະມານ 1,2  ລ້ານ ເຮັກຕາ. ປີ 2023, ການສົ່ງອອກຜະລິດຕະພັນກະເສດບັນລຸກວ່າ 5,6 ຕື້ USD ໄດ້ຢັ້ງຢືນມູນຄ່າຜະລິດຕະພັນກະເສດ ຫວຽດນາມ ຢູ່ ບັນດາຕະຫລາດສາກົນ. ການສ້າງລະຫັດເຂດປູກ, ເພີ່ມທະວີການຮ່ວມສຳພັນ, ພັດທະນາເຂດຜະລິດຕົ້ນໄມ້ກິນໝາກທີ່ປູກຝັງແບບລວມສູນ ຕິດພັນກັບຄວາມຕ້ອງການຂອງຕະຫລາດ ແມ່ນທິດກ້າວເດີນໂດຍຫລາຍຄອບຄົວຊາວກະສິກອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ, ສຸມໃສ່ພັດທະນາເພື່ອສົ່ງອອກແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top