• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ອົດສະຕາລີ

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສໍານັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກັວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາ ອົດສະຕາລີ ໂດຍທ່ານ Rowan Ramsay ຫົວໜ້າກໍາມາທິການສໍາເນົາເອກະສານລັດຖະສະພາ ອົດສະຕາລີ ເປັນຫົວໜ້າຄະນະ,ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 


ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກັວກຫຽນ ຕ້ອນຮັບຄະນະສະມາຊິກລັດຖະສະພາ ອົດສະຕາລີ ໂດຍທ່ານ Rowan Ramsayເປັນຫົວໜ້າຄະນະ

(ພາບ: Quang Khanh)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ຢັ້ງຢືນວ່າ: ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງຫວຽດນາມ - ອົດສະຕາລີ, ສ້າງຂອບເຂດສໍາຄັນ ເພື່ອແນໃສ່ນໍາການພົວພັນໃນບັນດາຂົງເຂດ ໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງກວ່່າ. ຕາມນັ້ນແລ້ວ, ສອງຝ່າຍຈະມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່່າງໆ, ທາບທາມບົດຮຽນ, ສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືຂອງລັດຖະບານສອງປະເທດຢ່າງເປັນປະຈໍາ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຈະສ້າງແຜນການຮ່່ວມມື ເພື່ອປະກອບສ່ວນເຂົ້າໃນການສ້າງການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ຢ່າງແທດຈິງ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ອົດສະຕາລີ ແລະຫວຽດນາມ ຈະເພີ່ມທະວີການຊຸກຍູ້ການພົວພັນເສດຖະກິດ, ການຄ້າຕ່າງປະເທດ, ການລົງທຶນ ຂອງອົດສະຕາລີ ເຂົ້າມາຫວຽດນາມ ໃຫ້ຫຼາຍກວ່າອີກ ໂດຍສະເພາະ ແມ່ນໃນບັນດາຂົງເຂດກະສິກໍາ ແລະ ການທ່ອງທ່ຽວ.

        ກໍໃນວັນດຽວກັນ, ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນແຫ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ອົດສະຕາລີ ໄດ້ຢັ້ງຢືນ ໃນນະໂຍບາຍຂອງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ໃນບັນດາການພົວພັນສາກົນຂອງຕົນ ແລະ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນສອງຝ່າຍກັບ ອົດສະຕາລີ.

(ແຫຼ່ງຄັດຈາກ VOV)


ເຮັດ​ໃຫ້​ສາຍ​ພົວ​ພັນ​: ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ ໃຫ້​ເລິກ​ເຊິ່ງກວ່າ​ອີກ

ເຮັດ​ໃຫ້​ສາຍ​ພົວ​ພັນ​: “ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ” ໃຫ້​ເລິກ​ເຊິ່ງກວ່າ​ອີກ

ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.

Top