• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບ ຫວຽດນາມ ແລະ ກຳປູເຈຍ

ຕອນບ່າຍວັນທີ 28 ກັນຍາ, ທີ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງການໂອ້ລົມສົນທະນາ, ແລກປ່ຽນລະຫວ່າງຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນ ຫວຽດນາມ ແລະ ຄະນະຜູ້ແທນນາຍທະຫານໜຸ່ມກອງທັບແຫ່ງລາຊະອານາຈັກ ກຳປູເຈຍ

ຍູ້ແຮງການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບ ຫວຽດນາມ ແລະ ກຳປູເຈຍ (ພາບ: qdnd.vn)

ທີ່ການໂອ້ລົມສົນທະນາ, ພັນຕີ ເຈິ່ນວຽດນັງ ຮອງຫົວໜ້າຄະນະຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນ ຫວຽດນາມ ແລະ ພັນເອກ Thoy Vanhan, ຫົວໜ້າພະແນກ 5, ກອງພົນນ້ອຍ 70, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບແຫ່ງລາຊະອານາຈັກ ກຳປູເຈຍ ໄດ້ແນະນຳໂດຍສັງເຂບກ່ຽວກັບສະພາບການຖັນແຖວນາຍທະຫານໜຸ່ມຂອງກອງທັບແຕ່ລະປະເທດ.

       2 ຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຍູ້ແຮງວຽກງານສຶກສາ, ໂຄສະນາໃຫ້ພະນັກງານ, ນັກຮົບ, ພະນັກງານສະມາຊິກຊາວໜຸ່ມ, ນາຍທະຫານໜຸ່ມ. 2 ຝ່າຍຈະຕັ້ງໜ້າເຂົ້າຮ່ວມການຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຊ່ຽວຊານທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່ສາກົນຢູ່ ກຳປູເຈຍ ກັບເມືອປະເທດ; ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສສາກົນ, ພາກພື້ນ ເພື່ອປະກອບສຽງເວົ້າລວມ, ນຳມາເຊິ່ງຜົນປະໂຫຍດໃຫ້ 2 ປະເທດ, 2 ຊາດ.

(​ແຫຼ່ງຄັດ​ຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top