• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການປຸກສ້າງເຮືອນຢູ່ໂດຍລັດໜູນຊ່ວຍໃຫ້ແກ່ກຳມະກອນ

ທ່ານ ລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງີ້ ໃຫ້ຮູ້ວ່າ: ຄາດໝາຍຮອດປີ 2025, ຈະປະຕິບັດສຳເລັດບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍລົງທຶນກໍ່ສ້າງ 156 ໂຄງການ ດ້ວຍຂອບຂະໜາດ 156.000 ຫ້ອງເຮືອນ ແລະ ບັນດາໂຄງການພວມໄດ້ຮັບການປະຕິບັດລະບຽບການລົງທຶນ 245 ໂຄງການດ້ວຍຂອບຂະໜາດ 300.000 ຫ້ອງເຮືອນ
  ກອງປະຊຸມຊຸກຍູ້ການພັດທະນາເຮືອນຢູ່ໃນຕອນເຊົ້າວັນທີ 1 ສິງຫາ  

ກ່າວຄຳເຫັນທີ່ກອງປະຊຸມຊຸກຍູ້ການພັດທະນາເຮືອນຢູ່ໂດຍລັດໜູນຊ່ວຍໃຫ້ແກ່ກຳມະກອນ, ຜູ້ມີລາຍຮັບຕ່ຳເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 1 ສິງຫາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກເຖິງການປະຕິບັດບັນດາແຜນນະໂຍບາຍ, ກົດໝາຍຂອງພັກ, ລັດ ມາຮອດປະຈຸບັນ ມີເຮືອນຢູ່ໂດຍລັດໜູນຊ່ວຍ 7,8 ລ້ານຕາແມັດໄດ້ຮັບການກໍ່ສ້າງ, ຊ່ວຍໃຫ້ກຳມະກອນ, ຜູ້ມີລາຍຮັບຕ່ຳນັບແສນໆຄົນມີບ່ອນຢູ່ອາໄສ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຕ້ອງການກ່ຽວກັບເຮືອນຢູ່ໃຫ້ແກ່ກຳມະກອນ, ຜູ້ມີລາຍຮັບຕ່ຳຍັງແມ່ນບັນຫາຮີບດ່ວນ ຕ້ອງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້.

ລາຍງານທີ່ກອງປະຊຸມ, ທ່ານ ລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງີ້ ໃຫ້ຮູ້ວ່າ: ຄາດໝາຍຮອດປີ 2025, ຈະປະຕິບັດສຳເລັດບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍລົງທຶນກໍ່ສ້າງ 156 ໂຄງການ ດ້ວຍຂອບຂະໜາດ 156.000 ຫ້ອງເຮືອນ ແລະ ບັນດາໂຄງການພວມໄດ້ຮັບການປະຕິບັດລະບຽບການລົງທຶນ 245 ໂຄງການດ້ວຍຂອບຂະໜາດ 300.000 ຫ້ອງເຮືອນ. ຮອດປີ 2030, ຈະລົງທຶນກໍ່ສ້າງສຳເລັດເຮືອນຢູ່ໂດຍລັດໜູນຊ່ວຍ, ກຳມະກອນເຂດອຸດສາຫະກຳໃຫ້ໄດ້ 1 ລ້ານຫ້ອງເຮືອນ. ພັດທະນາເຮືອນຢູ່ໂດຍລັດໜູນຊ່ວຍ, ເຮືອນຢູ່ໃຫ້ແກ່ກຳມະກອນແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງນະໂຍບາຍພັດທະນາເສດຖະກິດ - ສັງຄົມ; ແມ່ນຄວາມຮັບຜິດຊອບຂອງລັດ, ຂອງສັງຄົມ ແລະ ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

50 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ກຳ​ປູ​ເຈຍ ເຊີດ​ຊູ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປອງດອງ​ຂອງ ຫວຽດ​ນາມ

50 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ກຳ​ປູ​ເຈຍ ເຊີດ​ຊູ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປອງດອງ​ຂອງ ຫວຽດ​ນາມ

ດ້ວຍຫົວຂໍ້ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະ ປອງດອງ”, ນັກຮຽນຮູ້ Uch Leang ຊີ້ແຈ້ງວ່າ ກ່ຽວກັບດ້ານການເມືອງ, ຫວຽດນາມ ຮັກສາໄດ້ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກຳນົດທິດສັງຄົມນິຍົມ.

Top