• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການປະຕິຮູບລະບອບເສດຖະກິດຂອງປະເທດ

      ຕອນເຊົ້າວັນທີ 29/7, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ມີການເຮັດວຽກກັບໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ມີການເຮັດວຽກກັບໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ
(ພາບ: chinhphu.vn)
      ທີ່ການເຮັດວຽກ, ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ຍົກອອກການຕີລາຄາກ່ຽວກັບສະພາບການຕົວຈິງຂອງພື້ນຖານເສດຖະກິດໃນປັດຈຸບັນ, ພ້ອມທັງສະເໜີກັບທ່ານນາຍົກລັດຖະມົນຕີຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ເສດຖະກິດພັດທະນາ. ປະລິຍາເອກ ຫວູວຽດຫງ້ວານ, ຫົວໜ້າໜ່ວຍເປັນທີ່ສຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີສະເໜີທ່ານນາຍົກລັດຖະມົນຕີ ແລະ ລັດຖະບານວາງຈຸດສຸມບັນດານະໂຍບາຍເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ບັນດາວິສາຫະກິດ, ເພີ່ມປະສິດທິຜົນໃຫ້ພາກສ່ວນເສດຖະກິດຂອງລັດ. ພ້ອມກັນນັ້ນແມ່ນການປະຕິຮູບຂອດຈັດຕັ້ງການປະຕິບັດຢ່າງແຮງ ເພື່ອໃຫ້ການຊີ້ນຳ ບໍລິຫານຂອງນາຍົກລັດຖະມົນຕີ ແລະ ລັດຖະບານຜັນຂະຫຍາຍໄດ້ຮັບຜົນ. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ໃນໄລຍະສັ້ນແມ່ນຕ້ອງຍູ້ແຮງການເຕີບໂຕ, ພິເສດແມ່ນຍູ້ແຮງການປະຕິຮູບລະບອບເສດຖະກິດ:
        “ກ່ຽວກັບໄລຍະ 2018-2020, ພວກຂ້າພະເຈົ້າເຫັນດີເປັນເອກະພາບຕໍ່ມາດຕະການສຸມໃສ່ແກ້ໄຂລະບອບ, ລະບຽບການສຳຄັນທີ່ສຸດ. ບັນດາບົດປະກອບຄຳເຫັນຂອງບັນດາຜູ້ແທນລ້ວນແຕ່ເຕື້ອງເຖິງບັນຫານີ້, ຖ້າພວກເຮົາບໍ່ເປັນເຈົ້າການໃນວຽກງານນີ້ມັນຈະເປັນເລື່ອງຫຍຸ້ງຍາກ. ຈາກລະບອບ, ລະບຽບການນັ້ນ ຈະສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີກວ່າ, ມີການແກ່ງແຍ້ງດີກວ່າ, ສ້າງເງື່ອນໄຂພັດທະນາການຜະລິດດຳເນີນທຸລະກິດ“.
 (ແຫຼ່ງຄັດຈາກ VOV) 

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top