
ທີ່ການໂອ້ລົມສົນທະນາໃນວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihide Suga ແລະ ຄູ່ຮ່ວມຕຳແໜ່ງ ອັງກິດ ທ່ານ Boris Johnson ໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ປະຕິບັດການຫັນເຂດມະຫາສະຫມຸດອິນເດຍ - ປາຊີຟິກ ເປັນເສລີ ແລະ ເປີດກ້ວາງ.
ການນຳສອງທ່ານ ໄດ້ຢັ້ງຢືນວ່າ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການຢ້ຽມຢາມຂອງກຸ່ມກ່ຳປັ່ນສູ້ຮົບຂອງ ອັງກິດ ໂດຍກ່ຳປັ່ນສະໜາມບິນ HMS Queen Elizabeth ນຳໜ້າໄປຍັງເຂດນີ້.ຄາດວ່າ, ກ່ຳປັ່ນ Queen Elizabeth ຈະແວ່ຢາມທ່າກ່ຳປັ່ນຂອງປະມານ 40 ປະເທດ, ໃນນັ້ນມີ ຍີ່ປຸ່ນ, ອິນເດຍ ແລະ ສ.ເກົາຫຼີ. ຢູ່ຍີ່ປຸ່ນ, ກ່ຳປັ່ນມີແຜນການເຂົ້າຮ່ວມການຊ້ອມຮົບຮ່ວມກັບກຳລັງປ້ອງກັນ ຍີ່ປຸ່ນ. ການນຳສອງປະເທດ ກໍ່ເຫັນດີເປັນເອກະພາບ ຈະຮ່ວມມືກັນເພື່ອເຮັດໃຫ້ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ Cornwall, ປະເທດ ອັງກິດຕາເວັນຕົກສ່ຽງເໜືອ ທີ່ໄດ້ດຳເນີນໃນເດືອນຈະມາເຖິງ ຈະປະສົບຜົນສຳເລັດຢ່າງຈົບງາມ.
ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາ 12 ໂມງວັນທີ 29 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 56 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.896 ຄົນ ມີ 47 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)