• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ຕີລາຄາສູງ ບົດບາດນຳພາຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020

      ໝາກຜົນອັນສຳຄັນທີ່ສຸດຂອງ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງນັ້ນແມ່ນ ບົດບາດບໍລິຫານ “ທີ່ໜ້າຊື່ນຊົມ” ຂອງ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ Chiba Akira (ພາບ: TTXVN)
           ວັນທີ 14 ກັນຍາ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ Chiba Akira ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ  Motegi Toshimitsu ໄດ້ຕີລາຄາສູງບົດບາດນຳພາທີ່ດີເດັ່ນຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ ປີ 2020. ຕາມທ່ານແລ້ວ, ເລື່ອງຢັ້ງຢືນໄດ້ບົດບາດເປັນໃຈກາງ ແມ່ນ “ປັດໄຈສຳຄັນທີ່ສຸດ” ສຳລັບ ອາຊຽນ ແລະ ຫວຽດນາມ ເຊິ່ງໄດ້ເສີມຂະຫຍາຍບົດບາດເປັນໃຈກາງຢ່າງແທ້ຈິງ ຂອງ ອາຊຽນ ໃນບັນດາກອງປະຊຸມດັ່ງກ່າວ. ທ່ານເອກອັກຄະລັດຖະທູດ Chiba Akira ຖືວ່າ “ສານສຳຄັນທີ່ສຸດ” ເຊິ່ງ ຍີ່ປຸ່ນ ໄດ້ສົ່ງສານເຖິງບັນດາກອງປະຊຸມໃນຂອບເຂດກອງປະຊຸມ AMM 53 ຜ່ານມາ ແມ່ນ ໂຕກຽວ ສະໜັບສະໜູນ ວິໄສທັດ ອາຊຽນ ກ່ຽວກັບ ອິນເດຍ - ປາຊີຟິກ ແລະ ຖືສິດອຳນາດ, ສິດເສລີໃນການເດີນເຮືອ ແລະ ການບິນ ເປັນສຳຄັນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top