ຂ່າວສານ
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບ ຝລັ່ງ - ຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ຫວຽດນາມ ໃນ ອີຢູ
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບ ຝລັ່ງ - ຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU). ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນຕອນບ່າຍວັນທີ 4 ກັນຍາ ທີ່ຮ່າໂນ້ຍ, ເມື່ອທ່ານໄດ້ຕ້ອນຮັບ ທ່ານ Olivier Brochet, ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ຮັກສາການແລກປ່ຽນ, ການພົບປະຂັ້ນສູງ; ຜັນຂະຫຍາຍບັນດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ; ເປັນເຈົ້າການເປີດກວ້າງ ການຮ່ວມມືໃໝ່ໃຫ້ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດ. ທ່ານສະເໜີໃຫ້ ຝລັ່ງ ສົ່ງເສີມວິສາຫະກິດເພີ່ມທະວີການລົງທຶນ, ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ; ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA) ໂດຍໄວ, ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການຮ່ວມມື, ລົງທຶນລະຫວ່າງ 2 ປະເທດຫຼາຍກວ່າອີກ.
ສ່ວນທ່ານເອກອັກຄະລັດຖະທູດ Olivier Brochet ຢືນຢັນວ່າ ໃນຖານະຕຳແໜ່ງໃໝ່, ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນເລື່ອງຊຸກຍູ້ການພົວພັນ ຫວຽດນາມ - ຝລັ່ງ ໃນບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ.






