• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອີຣານ ໃຫ້ຫຼາຍກວ່າເກົ່າ

ການນຳ 2 ທ່ານໄດ້ເຫັນດີກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບທ່ານປະທານາທິບໍດີ ອີຣານ Ebrahim Raisi (ພາບ: TTXVN)

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອີຣານ ໃຫ້ດີກວ່າເກົ່າ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີ ອີຣານ Ebrahim Raisi ໃນວັນທີ 08 ສິງຫາ, ຢູ່ນະຄອນຫຼວງ ເຕເຮຣານ. ການນຳ 2 ທ່ານໄດ້ເຫັນດີກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງ 2 ປະເທດ. ຕາມນັ້ນແລ້ວ, 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ, ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ຫຼາຍກວ່າເກົ່າ. ກ່ຽວກັບເສດຖະກິດ, ເພີ່ມທະວີການຈັດບັນດາກິດຈະກຳສົ່ງເສີມການຄ້າ, ການລົງທຶນ, ເຊື່ອມຕໍ່ວິສາຫະກິດ, ທ້ອງຖິ່ນຂອງ 2 ປະເທດ; ຊຸກຍູ້ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ - ສິລະປະ. 2 ຝ່າຍກໍ່ເຫັນດີສົມທົບກັນກະກຽມໃຫ້ກອງປະຊຸມຄັ້ງທີ 10 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຣານ ໃຫ້ເປັນຢ່າງດີ ແລະ ຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍອື່ນ ເພື່ອເປັນເອກະພາບບັນດາມາດຕະການຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດ.   

ທ່ານປະທານາທິບໍດີ ອີຣານ ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດ ຈະສືບຕໍ່ສະໜັບສະໜູນ, ສວມບົດບາດຕັ້ງໜ້າໃນການກວດກາ ແລະ ຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top