• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາດແຍ່ງເອົາສິ່ງທີ່ດີຈາກສັນຍາ EVFTA ແລະ EVIPA ເພື່ອເພີ່ມກາລະໂອກາດພັດທະນາ ແລະ ເຊື່ອມໂຍງ

      ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກຂອງ ອີຢູ (EVIPA) ຢ່າງເປັນທາງການ. ນີ້ແມ່ນໝາກຜົນແຫ່ງປະຫວັດສາດ, ອັນໄດ້ສ້າງ ເປັນຂີດໝາຍສໍາຄັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ອີຢູ ເວົ້າລວມ ແລະ ເປີດກາລະໂອກາດພັດທະນາ ແລະ ເຊື່ອມໂຍງຂອງຫວຽດນາມ ໃນໄລຍະຈະມາເຖິງ.

ພາບປະກອບ: TTXVN
      ສັນຍາ EVFTA ແລະ EVIPA ເປັນຕົວແທນໃຫ້ບັນດາກາລະໂອກາດຍິ່ງໃຫຍ່ສໍາລັບການເຕີບໂຕດ້ານການຄ້າ ແລະ ການລົງທຶນ, ກໍຄື ການເພີ່ມສະຫວັດດີການສັງຄົມ. ເມື່ອສັນຍາ EVFTA ແລະ  EVIPA ໄດ້ຮັບການຈັດຕັ້ງຜັນຂະຫຍາຍນັ້ນ, ການເຕີບໂຕເສດຖະກິດຂອງຫວຽດນາມ ຈະໄດ້ຮັບການປັບປຸງນັບທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ທົດແທນການຖອຍຫຼັງຂອງພື້ນຖານເສດຖະກິດໃນໄລຍະເກີດໂລກລະບາດ
        ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງສະພາບການຜະລິດ ແລະ ສົ່ງອອກຂອງຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງຫວຽດນາມ ໃນທົ່ວໂລກ. ໃນສະພາບການນັ້ນ, ເລື່ອງສັນຍາ EVFTA  ມີຜົນບັງຄັບໃຊ້ ແມ່ນມີຄວາມໝາຍສໍາຄັນ, ຊ່ວຍທົດແທນສະພາບການຖອຍຫຼັງຂອງພື້ນຖານເສດຖະກິດໃນໄລຍະເກີດໂລກລະບາດ. ຈາກຝ່າຍວິສາຫະກິດ, ສັນຍາ EVFTA ຈະນໍາມາເຊິ່ງຫຼາຍກາລະໂອກາດເລືອກເຟັ້ນຕະຫຼາດສໍາລັບວິສາຫະກິດ, ຊ່ວຍວິສາຫະກິດກັບຄືນສູ່ທ່າເຕີບໂຕພາຍຫຼັງໂລກລະບາດ.
        ຄວາມຈິງແລ້ວໃນໄລຍະຜ່ານມາ, ຢູ່ຕະຫຼາດເອີຣົບ, ວິສາະກິດຫວຽດນາມ ຖືກແກ້ງແຍ້ງກັບຫຼາຍວິສາຫະກິດໃຫຍ່ໃນໂລກ. ດັ່ງນັ້ນ, ອັດຕາສ່ວນສິນຄ້າຂອງຫວຽດນາມ ຢູ່ ອີຢູ ຍັງມີໜ້ອຍຢູ່. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ມີພຽງແຕ່ 42% ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ໄດ້ຊົມໃຊ້ລະດັບພາສີ 0% ຕາມໂຄງການບຸລິມະສິດພາສີອາກອນທົ່ວໄປ (GSP) ເທ່ົານັ້ນ. ດັ່ງນັ້ນ, ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນໍາເຂົ້າ - ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ແລ້ວ, ດ້ວຍບັນດາຄໍາໝັ້ນສັນຍາເປີດປະຕູຕະຫຼາດຢ່າງແຮງ, ຄໍາໝັ້ນສັນຍາລົບລ້າງພາສີນໍາເຂົ້າຂຶ້ນເຖິງເກືອບ 100% ພາສີປະເພດຕ່າງໆທີ່ໄດ້ລະບຸໃນສາລະບານພາສີ ໃນສັນຍາ EVFTA, ກາລະໂອກາດເພີ່ມວົງເງິນສົ່ງອອກຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍສະເພາະແມ່ນເມື່ອຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ -19 ໄດ້ໂດຍພື້ນຖານແລ້ວ, ປະຊາຄົມວິສາຫະກິດຫວຽດນາມ ໄດ້ມີໂອກາດ ແລະ ເປັນເຈົ້າການຫຼາຍກວ່າ ເມື່ອທຽບໃສ່ບັນດາວິສາຫະກິດຢູ່ປະເທດອື່ນໆໃນໂລກ. ທ່ານກ່າວວ່າ:
        “ຕະຫຼາດ ອີຢູ ແມ່ນຕະຫຼາດໃຫຍ່ ແລະ ກໍພວມນໍາມາເຊ່ິງບັນດາຄຸນຄ່າສູງທີ່ສຸດໃນການເຄື່ອນໄຫວນໍາເຂົ້າ - ສົ່ງອອກຂອງຫວຽດນາມ. ນີ້ກໍແມ່ນຕະຫຼາດຂອງບັນດາປະເພດສິນຄ້າທີ່ເປັນມູນເຊື້ອ, ມີທ່າແຮງຂອງຫວຽດນ ເປັນຕົ້ນແມ່ນເຄື່ອງຕໍາແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດສິນໃນນໍ້າ, ເຄື່ອງເຟີນີເຈີ.... ໃນໄລຍະຜ່ານມາ, ຫວຽດນາມ ໄດ້ແຊກຊຶມ ແລະ ເປີດກວ້າງວົງເງິນສົ່ງອອກຢູ່ຕະຫຼາດແຫ່ງນີ້. ເມື່ອສັນຍາ EVFTA ມີຜົນບັງຄັບໃຊ້, ພວກເຮົາຈະມີຄວາມສະດວກຫຼາຍກວ່າອີກ ໃນການແຊກຊຶມເຂົ້າກັບຕະຫຼາດ ໃນຂະນະທີ່ບັນດາປະເພດສິນຄ້າ ສົ່ງອອກໄປຍັງພາກພື້ນນີ້ ສ່ວນຫຼາຍຈະໄດ້ຊົມໃຊ້ອັດຕາພາສີສົ່ງອອກແມ່ນ 0%”.
        ກ່ຽວກັບການນໍາເຂົ້າ, ບັນດາວິສາຫະກິດ ຫວຽດນາມ ກໍຈະໄດ້ຮັບຜົນປະໂຫຍດຈາກແຫຼ່ງສິນຄ້າ, ວັດຖຸດິບທີ່ມີຄຸນນະພາບສູງ ແລະ ເປັນປົກກະຕິ ດ້ວຍລະດັບລາຄາເໝາະສົມ ຈາກ ອີຢູ. ທ່ານ ເຈິ່ນຮວ່າງເງິນ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈີມິນ ຖືວ່າ:  
        ຫວຽດນາມ ບໍ່ພຽງແຕ່ສົ່ງອອກໄປຍັງ ອີຢູ ເທົ່ານັ້ນ ຫາກຍັງນໍາເຂົ້າສິນຄ້າຈາກອີຢູ ແລະ ຜູ້ບລິໂພກອຸປະໂພກ  ກໍຈະໄດ້ຊື້ສິນຄ້າເອີຣົບ ດ້ວຍລະດັບພາສີສົ່ງອອກ 0%. ປັດຈຸບັນ, ໃນວົງເງິນການຄ້າສອງສົ້ນແມ່ນ 57,2 ຕື້ USD, ວົງເງິນນໍາເຂົ້າຂອງ ຫວຽດນາມ ແມ່ນ 15%, ເຊິ່ງສ່ວນຫຼາຍແມ່ນປະເພດເຄື່ອງຈັກ, ຜະລິດຕະພັນການຢາ, ເຄື່ອງສໍາອາງ. ເມື່ອສັນຍາ EVFTA ມີຜົນບັງຄັບໃຊ້, ຜູ້ບໍລິໂພກອຸປະໂພກຫວຽດນາມ ຈະມີເງື່ອນໄຂຊື້ສິນຄ້າທີ່ບັນລຸມາດຕະຖານຂອງເອີຣົບ ໂດຍບໍ່ເສຍຄ່າພາສີ. ນີ້ແມ່ນສິ່ງທີ່ເປັນປະໂຫຍດ, ສະນັ້ນ, ມື້ນີ້ແມ່ນມື້ທີ່ນໍາມາເຊິ່ງຄວາມເບີກບານມ່ວນຊື່ນຂອງທັງວິສາຫະກິດ ແລະ ປະຊາຊົນ”. 
ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ
        ສັນຍາອາລັກຂາການລົງທຶນລະຫວ່າງຝ່າຍໜຶ່ງແມ່ນ ສສ.ຫວຽດນາມ ແລະ ຝ່າຍໜຶ່ງແມ່ນ EU ແລະ ບັນດາປະເທດສະມາຊິກ EU (EVFTA) ໄດ້ກຳນົດບາງຫຼັກການເພື່ອແນໃສ່ຮັບປະກັນໃຫ້ ຫວຽດນາມ ພັດທະນາການພົວພັນກັບ EU ບົນເນື້ອໃນຈິດໃຈເຄົາລົບເອກະລາດ, ອະທິປະໄຕ, ຜຶນແຜ່ນດິນອັນຄົບຖ້ວນ, ເໝາະສົມກັບບັນດາເປົ້າໝາຍທີ່ບັນດາຝ່າຍໄດ້ຕົກລົງກັນ ຕາມສັນຍາການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU. ພ້ອມກັບ ສັນຍາ EVFTA, ການປະຕິບັດບັນດາຄຳໝັ້ນສັນຍາຕາມສັນຍາ EVFTA ຈະແມ່ນກຳລັງໜູນຊຸກຍູ້ຫວຽດນາມ ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຕາມທິດນັບມື້ນັບມີຄວາມສະດວກ, ສະເໝີພາບ, ມີຄວາມປອດໄພ, ໂປ່ງໃສ ແລະເປັນມິດກ່ວາ ສຳລັບນັກລົງທຶນທີ່ຂຶ້ນກັບບັນດາພາກສ່ວນເສດຖະກິດທັງໝົດ. ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:
        ການໃຫ້ສັດຕະຍາບັນສັນຍາຈະນຳມາເຊິ່ງກາລະໂອກາດດຶງດູດແຫຼ່ງ ທຶນຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ສຳຜັດກັບພື້ນຖານອຸດສາຫະກຳທີ່ທັນສະໄໝ, ເຕັກໂນໂລຢີໃໝ່ ແລະ ສະອາດຈາກບັນດາປະເທດເອີລົບ. ພ້ອມກັບ ສັນຍາການຄ້າເສລີ, ສັນຍາອາລັກຂາການລົງທຶນ ທີ່ນຳມາຜົນປະໂຫຍດຫຼາຍຢ່າງກ່ຽວກັບການດຶງດູດເງິນລົງທຶນຈາກບັນດາປະເທດສະມາຊິກ EU, ສ້າງກາລະໂອກາດໃຫ້ແກ່ນັກລົງທຶນຫວຽດນາມເຂົ້າຕະຫຼາດ EU. ສັນຍາກໍ່ສ້າງກອບນິຕິກຳອະນຸຍາດໃຫ້ລັດ ຫວຽດນາມ ແລະ ນັກລົງທຶນຫວຽດນາມນຳຂໍ້ຄັດແຍ່ງມາແກ້ໄຂເມື່ອຜົນປະໂຫຍດຖືກແຕະຕ້ອງ.
        EU ເຊິ່ງເປັນຕະຫຼາດທີ່ມີພົນລະເມືອງ 508 ລ້ານຄົນ ແລະ ຍອດມູນຄ່າຜະລິດຕະພັນພາຍໃນປະເທດ (GDP) ມີເຖິງ 18.000 ຕື້ USD ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຢ່າງແທ້ຈິງ ແລະ ບໍ່ອາດພາດໂອກາດໄດ້ຂອງຫວຽດນາມ. ດ້ວຍເລື່ອງສະພາແຫ່ງຊາດຮັບຮອງເອົາ ມະຕິວ່າດ້ວຍການໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EU, ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ EU ຢ່າງເປັນທາງການ, ເສັ້ນທາງເພື່ອໃຫ້ຫວຽດນາມແຊກຊຶມເຂົ້າກັບຕະຫຼາດ EU ໄດ້ກ້ວາງຂວງກ່ວາເກົ່າຫຼາຍ, ເພີ່ມທະວີກາລະໂອກາດໃຫ້ແກ່ການພັດທະນາເສດຖະກິດ.
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top