ຂ່າວສານ
ຊ່ອງໂທລະພາບວັດທະນະທຳ - ທ່ອງທ່ຽວ ຫວຽດນາມ Journey ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບສະຫະສະມາຄົມທ່ອງທ່ຽວຫວຽດນາມ

ບັນດາຜູ້ແທນທີ່ເຂົ້າຮ່ວມພິທີລົງນາມ.
ນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ປີ 2019 (VITM 2019) ຊຶ່ງດຳເນີນໃນລະຫວ່າງວັນທີ 27 -30 ມີນາ ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໃຫ້ຮູ້ວ່າ:
ຂ້າພະເຈົ້າຫວັງວ່າ ສອງຫົວໜ່ວຍຈະເປັນປັດໄຈສຳຄັນເພື່ອປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ ຫວຽດນາມ. ພວກເຮົາໄດ້ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຢູ່ແລ້ວ ແຕ່ພວກເຮົາຕ້ອງບືນຕົວຂຶ້ນສູ່ລະດັບສູງໃໝ່, ເຮັດໃຫ້ ຫວຽດນາມ ກາຍເປັນຈຸດພົ້ນເດັ່ນ, ເປັນຈຸດທີ່ມີຄວາມໄວ້ເນື້ອເຊື່ອໃຈແບບຍາວນານ, ຍືນຍົງໃນຄວາມຮັບຮູ້ຄວາມເຂົ້າໃຈຂອງແຂກທ່ອງທ່ຽວຫຼືບັນດາຫົວໜ່ວຍທີ່ດຳເນີນທຸລະກິດດ້ານການທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ນັບແຕ່ວັນທີ 1 ມັງກອນ ປີ 2019, ຊ່ອງໂທລະພາບ ວັດທະນະທຳ - ທ່ອງທ່ຽວ ຫວຽດນາມ ໄດ້ຫັນປ່ຽນຢ່າງເປັນທາງການຈາກຊ່ອງໂທລະພາບ VOVTV ຂອງ ວິທະຍຸກະຈາຍສຽງ ຫວຽດນາມ ມາເປັນຊ່ອງສະເພາະກ່ຽວກັບວັດທະນະທຳ - ທ່ອງທ່ຽວ ໜຶ່ງດຽວຢູ່ ຫວຽດນາມ, ເພື່ອຕອບສະໜອງຄວາມຕ້ອງການດ້ານການສື່ສານໃນການທ່ອງທ່ຽວໄດ້ຢ່າງທັນການ.
(ແຫຼ່ງຄັດຈາກ VOV)