ຂ່າວສານ

ຊ່ອງ​ໂທ​ລະ​ພາບ​ວັດ​ທະ​ນະ​ທຳ - ​ທ່ອງ​ທ່ຽວ ຫວຽດ​ນາມ Journey ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​​ຮ່ວມ​ມືກັບ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ

ຕອນເຊົ້າວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງຊ່ອງໂທລະພາບວັດທະນະທຳ - ທ່ອງທ່ຽວ ຫວຽດນາມ Journey ແລະ ສະຫະສະມາຄົມ ທ່ອງທ່ຽວ ຫວຽດນາມ.

ບັນດາຜູ້ແທນທີ່ເຂົ້າຮ່ວມພິທີລົງນາມ.

ນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ປີ 2019 (VITM 2019) ຊຶ່ງດຳເນີນໃນລະຫວ່າງວັນທີ 27 -30 ມີນາ ຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໃຫ້ຮູ້ວ່າ:

ຂ້າພະເຈົ້າຫວັງວ່າ ສອງຫົວໜ່ວຍຈະເປັນປັດໄຈສຳຄັນເພື່ອປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ ຫວຽດນາມ. ພວກເຮົາໄດ້ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຢູ່ແລ້ວ ແຕ່ພວກເຮົາຕ້ອງບືນຕົວຂຶ້ນສູ່ລະດັບສູງໃໝ່, ເຮັດໃຫ້ ຫວຽດນາມ ກາຍເປັນຈຸດພົ້ນເດັ່ນ, ເປັນຈຸດທີ່ມີຄວາມໄວ້ເນື້ອເຊື່ອໃຈແບບຍາວນານ, ຍືນຍົງໃນຄວາມຮັບຮູ້ຄວາມເຂົ້າໃຈຂອງແຂກທ່ອງທ່ຽວຫຼືບັນດາຫົວໜ່ວຍທີ່ດຳເນີນທຸລະກິດດ້ານການທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ນັບແຕ່ວັນທີ 1 ມັງກອນ ປີ 2019, ຊ່ອງໂທລະພາບ ວັດທະນະທຳ - ທ່ອງທ່ຽວ ຫວຽດນາມ ໄດ້ຫັນປ່ຽນຢ່າງເປັນທາງການຈາກຊ່ອງໂທລະພາບ VOVTV ຂອງ ວິທະຍຸກະຈາຍສຽງ ຫວຽດນາມ ມາເປັນຊ່ອງສະເພາະກ່ຽວກັບວັດທະນະທຳ - ທ່ອງທ່ຽວ ໜຶ່ງດຽວຢູ່ ຫວຽດນາມ, ເພື່ອຕອບສະໜອງຄວາມຕ້ອງການດ້ານການສື່ສານໃນການທ່ອງທ່ຽວໄດ້ຢ່າງທັນການ.

(ແຫຼ່ງຄັດຈາກ VOV)



top