• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊົມໃຊ້ບຸລິມະສິດຈາກສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ສົມທົບກັບອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ (KOTRA) ຈັດຕັ້ງກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ວ່າ “ຊົມໃຊ້ບຸລິມະສິດຢ່າງສຸດຂີດ ແລະ ປະຕິບັດສັນຍາການຄ້າເສລີລະຫວ່າງຫວຽດນາມ - ສ.ເກົາຫຼີ”.


ທ່ານ ເລອານຫາຍ, ຮອງຫົວໜ້າພະແນກການຕະຫຼາດອາຊີ- ອາຟຣິກາ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

(ພາບ: TTXVN)

ສັນຍາການຄ້າເສລີລະຫວ່າງຫວຽດນາມ - ສ.ເກົາຫຼີມີຜົນສັກສິດແຕ່ທ້າຍປີ 2015 ເປັນຕົ້ນມາ, ມາຮອດປັດຈຸບັນໄດ້ນຳມາເຊິ່ງກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ປະຊາຄົມວິສາຫະກິດສອງປະເທດໃນການຂຸດຄົ້ນເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນ. ທ່ານ ເລອານຫາຍ, ພະແນກການຕະຫຼາດອາຊີ- ອາຟຣິກາ, ສັງກັດກະຊວງອຸດສາຫະກຳ-ການຄ້າຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ສ.ເກົາຫຼີ ແລະ ອົງການສົ່ງເສີມການຄ້າ-ການລົງທຶນ ສ.ເກົາຫຼີ ໄດ້ຄົ້ນຄວ້າຮ່ວມກັນ ເພື່ອຕີລາຄາກ່ຽວກັບການຊົມໃຊ້ສັນຍາການຄ້າເສລີຢ່າງສຸດຂີດ. ພ້ອມທັງວາງອອກ ກົນໄກ, ຂອບເຂດການຮ່ວມມືທີ່ນຳມາເຊິ່ງຂໍ້ມູນຂ່າວສານຫຼາຍກວ່າ ກໍຄືສ້າງກາລະໂອກາດໃນຂົງເຂດການຄ້າການລົງທຶນໃຫ້ແກ່ວິສາຫະກິດສອງປະເທດກວ່າອີກ ແລະ ກາລະໂອກາດດ້ານການຕະຫຼາດກໍຄືການສຳຜັດກັບຂໍ້ມູນຂ່າວສານ”.

        ສ.ເກົາຫຼີແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 03 ຢູ່ຫວຽດນາມ, ໃນໄລຍະ 10 ປີຜ່ານມາ ສ.ເກົາຫຼີແມ່ນຄູ່ຮ່ວມມືສຳຄັນໃນຂົງເຂດການລົງທຶນຢູ່ຫວຽດນາມ. ປີ 2017, ວົງເງິນການຄ້າສອງສົ້ນບັນລຸໄດ້ 62 ຕື້ USD. ສອງປະເທດວາງຄາດໝາຍບັນລຸວົງເງິນການຄ້າໃຫ້ໄດ້ 100 ຕື້ USD ໃນປີ 2020.

(ແຫຼ່ງຄັດຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top