• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່: ຈັດຕັ້ງງານບຸນໜັງສືພິມລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆ

ຕອນເຊົ້າວັນທີ 5 ກຸມພາ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງແຂວງ ເຮົ້າຢາງ ໄດ້ຈັດງານບຸນໜັງສືພິມລະດູບານໃໝ່, ງານວາງສະແດງພາບຖ່າຍລະດູບານໃໝ່ປີມະໂລງ 2024.
ພິທີໄຂງານວາງສະແດງໜັງສືພິມລະດູບານໃໝ່ ແລະ ງານວາງສະແດງວິຈິດສິນ ປີ 2024 (ພາບ: TTXVN)

ຕອນເຊົ້າວັນທີ 5 ກຸມພາ, ຢູ່ຫໍສະໝຸດແຂວງ ນິງບິ່ງ, ພະແນກວັດທະນະທຳ ແລະ ກິລາ ໄດ້ສົມທົບກັບສະມາຄົມນັກຂ່າວແຂວງ ນິງບິ່ງ ໄດ້ຈັດພິທີໄຂງານວາງສະແດງໜັງສືພິມລະດູບານໃໝ່ ແລະ ງານວາງສະແດງວິຈິດສິນ ປີ 2024. ຄະນະຈັດຕັ້ງໄດ້ອັບແດດໜັງສືພິມບຸນເຕັດກ່ວາ 210 ສະບັບເພື່ອຮັບໃຊ້ຜູ້ອ່ານ. ເຫດການຈັດຂຶ້ນຮອດວັນທີ 24 ກຸມພາ 2024 ຈຶ່ງຈະອັດລົງ.       

ຕອນເຊົ້າວັນທີ 5 ກຸມພາ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງແຂວງ ເຮົ້າຢາງ ໄດ້ຈັດງານບຸນໜັງສືພິມລະດູບານໃໝ່, ງານວາງສະແດງພາບຖ່າຍລະດູບານໃໝ່ປີມະໂລງ 2024. ໂດຍໄດ້ຈັດຂຶ້ນໃນລະຫວ່າງວັນທີ 5 – 19 ກຸມພາ 2024, ເຫດການໄດ້ແນະນຳບັນດາສິ່ງພິມຂອງບັນດາອົງການສື່ມວນຊົນຂັ້ນສູນກາງ ແລະ ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະມາຄົມນັກຂ່າວແຂວງ ດັກລັກ ໄດ້ສົມທົບກັບພະແນກຖະແຫຼງຂ່າວ ແລະ ສື່ສານ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫໍສະໝຸດແຂວງຈັດພິທີໄຂງານບຸນໜັງສືພິມລະດູບານໃໝ່ປີມະໂລງ 2024. ບັນດາຜະລິດຕະພັນສື່ມວນຊົນ ທີ່ໄດ້ນຳມາວາງສະແດງ ແມ່ນຮູບພາບທີ່ມີຊີວິດຊີວາກ່ຽວກັບຊີວິດການເມືອງ, ເສດຖະກິດ, ວັດທະນະທຳ, ຜົນງານການອອກແຮງງານ, ຜະລິດ, ມຸ່ງໄປເຖິງອະນາຄົດອັນດີງາມຂອງປະເທດຊາດ. ເຫດການໄດ້ຈັດຂຶ້ນຢູ່ຫໍສະໝຸດ ດັກລັກ ແຕ່ວັນທີ 5 – 14 ກຸມພາ 2024.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກົດ​ໝາຍ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກົດ​ໝາຍ

ຕອນ​ເຊົ້າ​ວັນ​ທີ 27 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກົດ​ໝາຍ.

Top