• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊູແອັດ ປາດຖະໜາຢາກຍູ້ແຮງການຮ່ວມມືພັດທະນາດ້ານຄົມມະນາຄົມອັດສະລິຍະ ແລະ ເຂດຕົວເມືອງອັດສະລິຍະຢູ່ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ປະຈຸບັນ, ຊູແອັດ ນອນໃນຈຳນວນ 10 ຄູ່ຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ສະຫະພາບ ເອີລົບ (ອີຢູ).
(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ເຮືອນຢູ່ ຊູແອັດ)

ຕອນບ່າຍວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ເຮືອນຢູ່ ຊູແອັດ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ປະຈຸບັນ, ຊູແອັດ ນອນໃນຈຳນວນ 10 ຄູ່ຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ສະຫະພາບ ເອີລົບ (ອີຢູ). ໄລ່ຮອດເດືອນ ມີນາ 2024, ວົງເງິນການຄ້າ 2 ຝ່າຍບັນລຸກວ່າ 360 ລ້ານ USD, ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ກ່ຽວກັບການລົງທຶນ, ຊູແອັດ ຢືນອັນດັບທີ 29 ໃນຈຳນວນ 140 ປະເທດ, ເຂດແຄວ້ນທີ່ລົງທຶນເຂົ້າ ຫວຽດນາມ, ດ້ວຍ 109 ໂຄງການຍັງມີຜົນສັກສິດ ແລະ ຍອດທຶນຈົດທະບຽນແມ່ນ 733 ລ້ານ USD. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖືວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື ແລະ ບັນດາວິສາຫະກິດຂອງ ຊູແອັດ ສາມາດຊອກຫາຄູ່ຮ່ວມມື ຫວຽດນາມ ທີ່ເໝາະສົມໃນຂົງເຂດໂທລະຄົມມະນາຄົມ, ການຫັນພະລັງງານເປັນສີຂຽວ, ເຄືອຂ່າຍໄຟຟ້ານະວັດຕະກຳ…

        ສ່ວນທ່ານລັດຖະມົນຕີ Andreas Carlson, ເນັ້ນໜັກວ່າ, ບັນດາວິສາຫະກິດ ຊູແອັດ ຕີລາຄາສູງຄວາມສາມາດບົ່ມຊ້ອນຮ່ວມມືຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄົມທະນາຄົມອັດສະລິຍະ ແລະ ເຂດຕົວເມືອງອັດສະລິຍະ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

Top