• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030

ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ” ດ້ວຍການໜູນຊ່ວຍຂອງ ອົງການຮ່ວມມືພັດທະນາເຢຍລະມັນ (GIZ) ເວທີປາໄສຖືກຈັດຕາມຮູບການໂດຍກົງ ແລະ ທາງໄກ.
ເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ”  (ພາບ: TTXVN)

ໄຂເວທີປາໄສປີນີ້, ທ່ານຮອງລັດຖະມົນຕີກະຊວງການເງິນ ຫວໍແທງຮືງ ເນັ້ນໜັກວ່າພາຍຫຼັງເກືອບ 10 ປີປະຕິບັດ ຍຸດທະສາດການເງິນຮອດປີ 2020, ພື້ນຖານການເງິນແຫ່ງຊາດໄດ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ. ກະຊວງການເງິນປາດຖະໜາຢາກໃຫ້ບັນດາຂໍ້ສະເໜີແນະຂອງຜູ້ຊຽວຊານພາຍໃນປະເທດ ແລະ ສາກົນຈະຊ່ວຍສ້າງບັນດາມາດຕະການທີ່ບຸກທະລຸ ໃນການປະຕິບັດຍຸດທະສາດການເງິນແຫ່ງ  ຊາດໄລຍະ 2021 – 2030, ສ້າງສຳເລັດບັນດາມາດຕະການການເງິນງົບປະມານຊ່ວຍຟື້ນຟູການພັດທະນາເສດຖະກິດ ຫວຽດນາມໃນໄລຍະທີຈະມາເຖິງ.

        ເບີ່ງລວມແລ້ວ, ໂລກລະບາດຍັງມີຜັນແປທີ່ສັບສົນ, ຜົນສະທ້ອນຍັງແກ່ຍາວ, ໃນຂະນະການເຕີບໂຕເສດຖະກິດ GDP ຂອງ ຫວຽດນາມ ກຳລັງຊ້າລົງ, ກຳລັງດັນເກີດໄພເງິນເຟີ້   ເພີ່ມຂື້ນ, ການຟື້ນຟູບັນດາລະບົບຜະລິດ, ສະໜອງແມ່ນຫຍຸງຍາກ ແລະ ຕ້ອງການມີເວລາ. ດັ່ງນັ້ນ, ວຽກງານຄົ້ນຄ້ວາ, ສ້າງບັນດາມາດຕະການ, ລວມມີບັນດາມາດຕະການດ້ານການເງິນ, ງົບປະມານຂອງລັດໃຫ້ແກ່ວຽກງານ ຟື້ນຟູ ແລະພັດທະນາເສດຖະກິດ, ຮັບປະກັນການປະຕິບັດບັນດາເປົ້າໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ພັດທະນາເສດຖະກິດ - ສັງຄົມຕາມມະຕິຂອງ ກອງປະຊຸມໃຫຍ່ຂອງພັກໃນໄລຍະທີ່ຈະມາເຖິງ, ໃນສະພາບການປະຈຸບັນ, ແມ່ນສຳຄັນທີ່ສຸດ.

        ເວທີປາໄສການເງິນ ຫວຽດນາມ 2021 ມີ 2 ວາລະການປືກສາຫາລື ດ້ວຍຫົວຂໍ້ ຍຸດທະສາດການເງິນໄລຍະ 2021 – 2030 ແລະ ມາດຕະການຟື້ນຟູ ແລະ ພັດທະນາເສດຖະກິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top