• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ຄວາມ​ຄື​ບ​ໜ້າ​ໃນ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ ຫວຸ້ງ​ອ໊າງ ລາວ - ຫວຽດ​ນາມ

ບໍລິສັດ Logistics ແຫ່ງລັດ ລາວ (LLSE) ຫາກໍ່ຕົກລົງໂອນ 20%ຫຸ້ນສ່ວນຂອງລັດຖະບານລາວ ໃນໂຄງການທ່າກ່ຳປັ່ນ ຫວຸ້ງອ໊າງ ໃຫ້ແກ່ບໍລິສັດ ພັດທະນາທ່າກ່ຳປັ່ນ ຫວຸ້ງອ໊າງ ລາວ - ຫວຽດນາມ (VDS), ກໍ່ຂຶ້ນກັບການກຳມະສິດຂອງລັດຖະບານ ລາວ.
ທ່າກ່ຳປັ່ນ ຫວຸ້ງອ໊າງ ລາວ - ຫວຽດນາມ (ພາບ: KT)

ບໍລິສັດ Logistics ແຫ່ງລັດ ລາວ ໄດ້ສ້າງຕັ້ງແຕ່ປີ 2010, ສັງກັດກະຊວງການເງິນລາວ, ກຳໄດ້ 20% ຫຸ້ມສ່ວນຂອງໂຄງການຮ່ວມທຸລະກິດ ທ່າກ່ຳປັ່ນ ຫວຸ້ງອ໊າງ ນັບແຕ່ປີ 2016. ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການຝ່າຍບໍລິຫານ VDS ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງ ທ່າກ່ຳປັ່ນຫວຸ້ງອ໊າງ ຊຶ່ງແມ່ນໂຄງການຮ່ວມມືພາກລັດ - ເອກະຊົນພິເສດລະຫວ່າງ ຫວຽດນາມ - ລາວ. ເລື່ອງໂອ້ນ 20%ຫຸ້ນສ່ວນໃຫ້ແກ່ບໍລິສັດພັດທະນາທ່າກ່ຳປັ່ນ ຫວຸ້ງອ໊າງ ລາວ - ຫວຽດນາມ ຈະສ້າງເງື່ອນໄຂຊຸກຍູ້ໄວວິວັດການຜັນຂະຫຍາຍການຍົກລະດັບທ່າກ່ຳປັ່ນ ຫວຸ້ງອ໊າງ ໃນໄລຍະ 1 (2021 - 2023), ເປີດກ້ວາງທ່າກ່ຳປັ່ນທະເລ ຫວຸ້ງອ໊າງ 1, 2 ແລະ 3 ຕາມຂໍ້ຕົກລົງທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານ ສອງປະເທດ ລາວ - ຫວຽດນາມ, ເພີ່ມທະວີກຳລັງຄວາມສາມາດໃນການຂົນສົ່ງສິນຄ້າຢູ່ທ່າກ່ຳປັ່ນທະເລ ຫວຸ້ງອ໊າງ, ມຸ່ງໄປສູ່ກຳລັງຄວາມສາມາດຕ້ອນຮັບກ່ຳປັ່ນທະເລແຕ່ 5000 – 100.000 ໂຕນ ແລະ ສະໜອງການບໍລິການໃຫ້container 50.000 – 1.200.000 ຕູ້, ດ້ວຍປະລິມານສິນຄ້າແຕ່ 3 ລ້ານໂຕນຂຶ້ນເຖິງ 20 ລ້ານນໂຕນໃນປີ 2030.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top