• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ເຕີບ​ໂຕ​ຖືກ​​ຕ​າມ​ແຜນ​ການທີ່​ວາງ​ອອກ ແລະ ຮັກ​ສາ​​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ

ຕອນ​ເຊົ້າ​ວັນ​ທີ 03 ມິ​ຖຸ​ນາ, ຢູ່​ຮ​່າ​ໂນ້ຍ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມລັດຖະບານ​ນັດ​ສາ​ມັນ​ປະ​ຈຳ​ເດືອນ​ພຶດ​ສະ​ພາ ປີ 2026. ນີ້​ແມ່ນກອງ​ປະ​ຊຸມ​ລັດ​ຖະ​ບານ ຄັ້ງ​ທີ 2 ຂອງ​ລັດ​ຖະ​ບານ​ຊຸດ​ທີ XVI.
  ບັນ​ຍາ​ກາດກອງ​ປະ​ຊຸມ (ພາບ: VOV)  

ໃນ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕຢ່າງ​ຄົບ​ຊຸດ ​ຕິດ​ພັນ​ກັບ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາໃຫ້​ເປັນ​ປົກ​ກະ​ຕິ, ຍູ້​ແຮງ​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການໃຫ້​ສົມ​ບູນ​ແບບ, ການປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ, ພັດ​ທະ​ນາ​ວິ​ທະ​ຍ​າ​ສາດເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການຫັນ​ເປັນ​ດີ​ຈີ​ຕອນ, ສູ້​ຊົນ​​ປະ​ຕິ​ບັ​ດ​ສຳ​ເລັດ​ເປົ້າ​ໝາຍ​ການ​ເຕີບ​ໂຕ 2 ຕົວ​ເລກ.

“ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ລະ​ອຽດ​ກວ່າ​ອີກ ແລະ ຄາດ​ຄະ​ເນ​ແຕ່​ລະ​ກໍ​ລະ​ນີ, ແຕ່​ລະ​ຂະ​ແໜງ ແລະ ຂົງ​ເຂດ​ເສດ​ຖະ​ກິດ​ລະ​ອຽດ… ໃນ​ກໍ​ລະ​ນີ​ມີ​ການ​ຜັນຜວນ ຈະ​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ນະ​ໂຍ​ບາຍ​ເງິນ​ຕາ, ງົບ​ປະ​ມານ, ມາດ​ຕະ​ການ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ການ​ຄ້າ, ການ​ບໍລິການ… ເພື່ອ​ມີ “ແຜ່ນຮອງຮັບ” ສຳ​ລັບ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ພາຍນອກ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ກໍ່ເປັນ​ເຈົ້າ​ການ​ເພື່ອ​ມີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ຫັນ​ບັນ​ດາ​ແຜນ​ການ​ເຕີບ​ໂຕ​ເປັນ​ລະ​ອຽດ​ກວ່າ​ອີກ”.

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top