ຕອນເຊົ້າວັນທີ 03 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານນັດສາມັນປະຈຳເດືອນພຶດສະພາ ປີ 2026. ນີ້ແມ່ນກອງປະຊຸມລັດຖະບານ ຄັ້ງທີ 2 ຂອງລັດຖະບານຊຸດທີ XVI.
ບັນຍາກາດກອງປະຊຸມ (ພາບ: VOV)
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ປະຕິບັດບັນດາມາດຕະການຊຸກຍູ້ການເຕີບໂຕຢ່າງຄົບຊຸດ ຕິດພັນກັບການຮັກສາເສດຖະກິດມະຫາໃຫ້ເປັນປົກກະຕິ, ຍູ້ແຮງການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ການປ່ອຍເງິນລົງທຶນພາກລັດ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ສູ້ຊົນປະຕິບັດສຳເລັດເປົ້າໝາຍການເຕີບໂຕ 2 ຕົວເລກ.
“ພວກເຮົາຕ້ອງເຮັດໃຫ້ລະອຽດກວ່າອີກ ແລະ ຄາດຄະເນແຕ່ລະກໍລະນີ, ແຕ່ລະຂະແໜງ ແລະ ຂົງເຂດເສດຖະກິດລະອຽດ… ໃນກໍລະນີມີການຜັນຜວນ ຈະໝູນໃຊ້ບັນດາມາດຕະການນະໂຍບາຍເງິນຕາ, ງົບປະມານ, ມາດຕະການກ່ຽວກັບການພັດທະນາອຸດສາຫະກຳ, ກະສິກຳ, ການຄ້າ, ການບໍລິການ… ເພື່ອມີ “ແຜ່ນຮອງຮັບ” ສຳລັບບັນດາຜົນກະທົບຈາກພາຍນອກ. ໄປຄຽງຄູ່ກັນນັ້ນ, ກໍ່ເປັນເຈົ້າການເພື່ອມີບັນດາມາດຕະການລະອຽດເພື່ອຫັນບັນດາແຜນການເຕີບໂຕເປັນລະອຽດກວ່າອີກ”.