• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາໃຫ້ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ

ສ່ວນ​ທ່ານ​ນາງ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ປາດ​ຖະ​ໜາ​ຢາກໃຫ້​ສອງ​ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ມີ​ມາດ​ຕະ​ຖານ​ສູງ, ນຳ​ມາ​ເຊິ່ງ​ລັກ​ສະ​ນະ​ສົມ​ທົບ, ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ.
  ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ Jennifer Wicks ​ເອກ​ອັກະ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ (ພາບ: VNA)  

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໃຫ້ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ ສິ່ງ​ນີ້​ໂດຍ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ໃນ​ການ​ຕ້ອນ​ຮັບ​ທ່ານນາງ Jennifer Wicks ​ເອກ​ອັກະ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລີ່ມ​ຕົ້ນການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຢູ່ ຫວຽດ​ນາມ, ​ໃນຕອນ​ບ່າຍ​ວັນ​ທີ 13 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​; ສະ​ເໜີ​ທ່ານນາງ ​ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ສະ​ຖານ​​ທູດ ເສີມ​ຂະ​ຫຍາຍ​ບົດ​ບາດເປັນ​ຂົວ​ເຊື່ອມ​ຕໍ່, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ຫັນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​​ອັນ​ແທ້​ຈິງ​ເປັນ​ລະ​ອຽດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ສອງ​ຝ່າຍ​ຕ້ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ການ​ຄ້າ ຕາມ​ທິດ​ກົມ​ກຽວ, ຍືນ​ຍົງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ; ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຢ່າງ​ຮີບ​ດ່ວນ ແລະ ປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ​, ລົງ​ນາມ​ສັນ​ຍາ​ການ​ຄ້າສົ​ມ​ທົບ, ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽວ​ໂດຍ​ໄວ, ສ້າງ​ຂອບ​ເຂດ​ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ເປີດກວ້າງ​ການ​ລົງ​ທຶນ, ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ.

ສ່ວນ​ທ່ານ​ນາງ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ປາດ​ຖະ​ໜາ​ຢາກໃຫ້​ສອງ​ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ມີ​ມາດ​ຕະ​ຖານ​ສູງ, ນຳ​ມາ​ເຊິ່ງ​ລັກ​ສະ​ນະ​ສົມ​ທົບ, ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ.

(ແຫຼ່ງຄັດຈາກ VOV)

ກວດ​ກາ​ຕົວ​ຈິງ, ຊຸກ​ຍູ້​ໂຄງ​ການ 500 ວັນ​ແລະ​ຄືນ​ຢູ່​ທ້ອງ​ຖິ່ນ

ກວດ​ກາ​ຕົວ​ຈິງ, ຊຸກ​ຍູ້​ໂຄງ​ການ 500 ວັນ​ແລະ​ຄືນ​ຢູ່​ທ້ອງ​ຖິ່ນ

ຄະ​ນະ​ຊີ້​ນຳ 515 ແຂ​ວງ ກ໋​ວາງ​ງາຍຍູ້​ແຮງການ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ, ນັກ​ຮົບ​ເກົ່າ ແລະ ຄົນ​ເປັນ​ພະ​ຍານ​ສະ​ໜອງ​ຂໍ້​ມູນ​ຮ​ັບ​ໃຊ້​ວຽກ​ງານ​ຄົ້ນ​ຫາ.

Top