• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້ການ​ຮ່ວມ​ມືປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິ​ດ​ຢູ່​ຕາມ​​ເສັ້ນຊາຍ​ແດນ​ຫວຽດ​ນາມ-ລາວ

ທ່ານພົນຕີ ຄຳກິ່ງ ຜຸຍລະມະນີວົງ ໃຫ້ຮູ້ວ່າປະຈຸບັນ, ຄວາມຫຍຸ້ງຍາກກ່ຽວກັບຢາເສບຕິດ ແລະ ການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດ, ພິເສດແມ່ນຢູ່ເສັ້ນຊາຍແດນສອງປະເທດ ຍັງຜັນແປຢ່າງສັບສົນ.
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ  

ຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຈັດຕັ້ງກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີ ສະຫຼຸບເບື້ອງຕົ້ນໜຶ່ງປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງຕຳຫຼວດ 2 ປະເທດວ່າດ້ວຍການຮ່ວມມືປ້ອງກັນ. ຕ້ານຢາເສບຕິດ. ທ່ານພົນຕີ ຫງວຽນຢູຍຫງອກ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ແລະ ທ່ານພົນຕີ ຄຳກິ່ງ ຜຸຍລະມະນີວົງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວເປັນປະທານຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຫງວຽນຢູຍຫງອກ ຮອງລັດຖະມົນຕີໃຫ້ຮູ້ວ່າ:

ບົນພື້ນຖານການພົວພັນມູນເຊື້ອ, ມິດຕະພາບພິເສດລະຫວ່າງລັດຖະບານ ແລະ ກະຊວງຕຳຫຼວດ ສອງປະເທດ, ເພື່ອເສີມຂະຫຍາຍໝາກຜົນການຮ່ວມມືອັນດີງາມໃນໄລຍະຜ່ານມາ, ພວກຂ້າພະເຈົ້າຫວັງວ່າການຮ່ວມມືສອງຝ່າຍຈະສືບຕໍ່ໄດ້ຮັບການຊຸກຍູ້ແຮງ, ລົງເລິກ ແລະ ມີປະສິດທິຜົນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສົມທົບ, ຮ່ວມເດີນທາງຊ່ວຍເຫຼືອເພື່ອນລາວ ໃນການຕໍ່ສູ້ປ້ອງກັນ, ຕ້ານຢາເສບຕິດ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍຫຼັງກອງປະຊຸມ, ການເຄື່ອນໄຫວຮ່ວມມືປ້ອງກັນ, ຕ້ານຢາເສບຕິດລະຫວ່າງສອງປະເທດພວກເຮົາຈະໄດ້ຍົກສູງຂຶ້ນອີກລະດັບໜຶ່ງ, ປະກອບສ່ວນຄວບຄຸມ, ກ້າວໄປເຖິງການຍູ້ຢາເສບຕິດໃຫ້ຖອຍໄປຢູ່ແຕ່ລະປະເທດ ແລະ ໃນພາກພື້ນ.

ສ່ວນ ທ່ານພົນຕີ ຄຳກິ່ງ ຜຸຍລະມະນີວົງ ໃຫ້ຮູ້ວ່າປະຈຸບັນ, ຄວາມຫຍຸ້ງຍາກກ່ຽວກັບຢາເສບຕິດ ແລະ ການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດ, ພິເສດແມ່ນຢູ່ເສັ້ນຊາຍແດນສອງປະເທດ ຍັງຜັນແປຢ່າງສັບສົນ. ສະນັ້ນ, ໄລຍະທີ່ຈະມາເຖິງ, ສອງຝ່າຍຕ້ອງສົມທົບກັນກໍ່ສ້າງຫ້ອງການຕຳຫຼວດຢູ່ບ້ານຕິດຊາຍແດນໃຫ້ສຳເລັດໂດຍໄວ ເພື່ອປະກອບສ່ວນປ້ອງກັນ, ຕ້ານອາດຊະຍາກຳຢູ່ຕາມເສັ້ນຊາຍແດນຂອງສອງປະເທດ ລາວ-ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top