• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ລະຫວ່າງ ຫວຽດນາມ - ໄທ ໃຫ້ນັບມື້ນັບແທດຈິງ

      ປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບໂດຍຖືວ່າ ເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃຫ້ນັບມື້ນັບແທດຈິງ, ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ໂດຍສະເພາະແມ່ນບັນດາກົນໄກຮ່ວມມືສອງຝ່າຍທີ່ພວມມີຢູ່ແລ້ວ. ສອງຝ່າຍສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂອງກັນລົງທຶນ, ດຳເນີນທຸລະກິດ ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 25 ຕື້ USD ຕາມທິດສະໝ່ຳສະເໝີ ແລະ ເພີ່ມປະສິດທິຜົນການລົງທຶນ ໂດຍໄວ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຈລະຈາທາງໄກກັບທ່ານປະທານສະພາແຫ່ງຊາດ ໄທ ຊວນ ລີກໄພ (ພາບ: VOV)
      ຕອນບ່າຍວັນທີ 30 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການເຈລະຈາທາງໄກກັບທ່ານປະທານສະພາແຫ່ງຊາດ ໄທ ຊວນ ລີກໄພ.
       ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ ໄທ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນການປະຕິບັດບົດບາດ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນໄລຍະ 6 ເດືອນທ້າຍປີ 2021; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ - 19; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ ແລະ ພ້ອມກັບ ຫວຽດນາມ ຊຸກຍູ້ຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ.
            ນະທີ່ນີ້, ປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບໂດຍຖືວ່າ ເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃຫ້ນັບມື້ນັບແທດຈິງ, ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ໂດຍສະເພາະແມ່ນບັນດາກົນໄກຮ່ວມມືສອງຝ່າຍທີ່ພວມມີຢູ່ແລ້ວ. ສອງຝ່າຍສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂອງກັນລົງທຶນ, ດຳເນີນທຸລະກິດ ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 25 ຕື້ USD ຕາມທິດສະໝ່ຳສະເໝີ ແລະ ເພີ່ມປະສິດທິຜົນການລົງທຶນ ໂດຍໄວ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  (ພາບ: VOV)
      ທ່ານປະທານສະພາແຫ່ງຊາດ ຊວນ ລີກໄພ ກໍສະໜັບສະໜູນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ກ່ຽວກັບການພົວພັນຫຼາຍຝ່າຍ, ໃນນັ້ນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງພາກພື້ນ. ທ່ານປະທານສະພາແຫ່ງຊາດ ໄທ ຊີ້ແຈ້ງວ່າ ໂດຍເປັນສອງປະເທດບ້ານໃກ້ເຮືອນຄຽງ, ໄທ ແລະ ຫວຽດນາມ ຈະສືບຕໍ່ຊຸກຍູ້ການຮ່ວມມືການຄ້າ, ມານະພະຍາຍາມຫຼຸດຜ່ອນສິ່ງກີດຂວາງ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top