• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ຖັນແຖວປັນຍາຊົນວິທະຍາສາດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນຫລາຍກວ່າໃຫ້ແກ່ການພັດທະນາຂອງປະເທດຊາດ

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາວ່າ ການເຄື່ອນໄຫວເຊີດຊູປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນ ແມ່ນຮູບການມີຄວາມໝາຍວັດທະນະທຳມະນຸດໃຫຍ່.

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາວ່າ ການເຄື່ອນໄຫວເຊີດຊູປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນ ແມ່ນຮູບການມີຄວາມໝາຍວັດທະນະທຳມະນຸດໃຫຍ່.

    

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ. (ພາບ:TTXVN)

ຕອນເຊົ້າວັນທີ 21 ພຶດສະພາ ຢູ່ ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກ ຫວຽດນາມ (VUSTA) ໄດ້ຈັດຕັ້ງພິທີເຊີດຊູປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ 2022.

ພິທີເຊີດຊູ 106 ປັນຍາຊົນວິທະຍາສາດ ແລະເຕັກໂນໂລຊີດີເດັ່ນ ແມ່ນປັນຍາຊົນເຄື່ອນໄຫວໃນສະຖາບັນ, ສູນ, ພື້ນຖານຄົ້ນຄ້ວາ, ມະຫາວິທະຍາໄລ, ວິສາຫະກິດ ຫລື ບັນດາອົງການຂອງຂະແຫນງການ, ຂົງເຂດ, ທ້ອງຖິ່ນ ຫລື ໃນລະບົບ VUSTA ແຕ່ 10 ປີຂຶ້ນໄປ, ຊື່ງແມ່ນຜູ້ມີອິດທິພົນຊື່ສຽງດ້ານວິທະຍາສາດ, ມີການປະກອບສ່ວນແທດຈິງຫລາຍຢ່າງທີ່ມີປະສິດທິຜົນ, ລະດັບຜົນສະທ້ອນເຖິງການພັດທະນາຂອງຂະແຫນງການ, ຂອງອົງການ, ຫົວຫນ່ວຍ ຊື່ງໄດ້ຮັບການຮັບຮູ້ຈາກສັງຄົມ, ອົງການ, ຫົວຫນ່ວຍນັ້ນສະເຫນີ ແລະ ບັນດາອົງການ, ຫົວຫນ່ວຍຂຶ້ນກັບລະບົບ VUSTA ສະເຫນີ.

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາວ່າ ການເຄື່ອນໄຫວເຊີດຊູປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນ ແມ່ນຮູບການມີຄວາມໝາຍວັດທະນະທຳມະນຸດໃຫຍ່ ສະແດງໃຫ້ເຫັນຄວາມເອົາໃຈໃສ່ ຖືເປັນສຳຄັນຂອງພັກ, ລັດ ພ້ອມທັງຮັບຮູ້ບັນດາບຸກຄົນທີ່ໄດ້ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ພາລະກິດພັດທະນາເສດຖະກິດສັງຄົມຂອງປະເທດຊາດ ເວົ້າລວມ ແລະຂອງ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມເວົ້າສະເພາະ.

 ທ່ານປະທານປະເທດ ຫວັງວ່າ ຜົນສຳເລັດຂອງບັນດານັກວິທະຍາສາດທີ່ໄດ້ຮັບການເຊີດຊູໃນມື້ນີ້ ຈະແຜ່ບັນດານໃຈ, ສ້າງກຳລັງຫນູນ, ຊຸກຍູ້ຖັນແຖວປັນຍາຊົນວິທະຍາສາດເຕັກໂນໂລຊີ ຫວຽດນາມໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນຫລາຍກວ່າອີກໃຫ້ແກ່ການພັດທະນາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top