• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ແອນຊານວາດໍ

      ຕອນບ່າຍວັນທີ 28 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ດົນຕວນຟອງ, ເລຂາທິການໃຫຍ່ ທັງເປັນ ຮອງປະທານຮັບຜິດຊອບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO), ຕ້ອນຮັບ ທ່ານ Carlos Castaneda ຮອງລັດຖະມົນຕີກະຊວງການຕ່າງປະເທດ ແອນຊານວາດໍ

ຊຸກຍູ້ຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ແອນຊານວາດໍ
(ພາບ: dangcongsan.vn)
      ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານ ຮອງປະທານ ດົນຕວນຟອງ ຖືວ່າ: ໂດຍການພົວພັນທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດແຕ່ຊຸມປີ 80 ຂອງສະຕະວັດກ່ອນ, ສອງປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຮອບດ້ານກວ່າອີກ, ໃນນັ້ນມີການເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ. ທ່ານ ດົນຕວນຟອງ ສະເໜີ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແອນຊານວາດໍ ຊ່ວຍເຫຼືອແນະນຳບັນດາອົງການຈັດຕັ້ງຄູ່ຮ່ວມມືໃຫ້ຄະນະກຳມະການສາມັກຄີ ກັບ ປະຊາຊົນ ແອນຊານວາດໍທີ່ສັງກັດ VUFO ເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງສອງຝ່າຍ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ Carlos Castaneda ຢືນຢັນວ່າ: ຄວາມສາມັກຄີ ແລະ ມິດຕະພາບ ແມ່ນພື້ນຖານເພື່ອສ້າງເປັນການພົວພັນຍາວນານ ແລະ ໝັ້ນຄົງ ລະຫວ່າງ ແອນຊານວາດໍ ແລະ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top