• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມື ຫວຽດນາມ - OECD, ລາວ, ກຣົວຊີ, ລິດເວຍ, ມາຣົກ, ເປຣູ

ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ໃນການຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2024 ໃຫ້ສຳເລັດ.
(ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ປີ 2024, ວັນທີ 02 ພຶດສະພາ, ຢູ່ ປາຣີ, ປະເທດ ຝລັ່ງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann. ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ OECD ສົມທົບກັບ ຫວຽດນາມ ສຸມໃສ່ຜັນຂະຫຍາຍ 2 ຈຸດສຸມການຮ່ວມມືສຳຄັນ, ລວມມີ: ໜູນຊ່ວຍການປະຕິບັດ 15 ໂຄງການໃນແຜນການກະທຳ ຫວຽດນາມ - OECD ໄລຍະ 2022 – 2026; ເພີ່ມທະວີການພົວພັນຄູ່ຮ່ວມມືຜ່ານບັນດາການຄົ້ນຄວ້າ, ໄຈ້ແຍກກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາຄະນະວິຊາສະເພາະຂອງ OECD ຢ່າງເລິກເຊິ່ງກວ່າ.

ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ. ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ໃນການຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2024 ໃຫ້ສຳເລັດ; ສະເໜີໃຫ້ ລາວ ສົມທົບກັນໃນການຊຸກຍູ້ການພົວພັນລະຫວ່າງ OECD - ອາຊຽນ ແລະ ໂຄງການ ອາຊີຕາເວັນອອກສ່ຽງໃຕ້ (SEAPR) ຂອງ OECD.ໃນການແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ບັນດາບັນຫາ ເອີລົບ ກຣົວຊີ Gordan Grlic Radman, ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືການພົວພັນມິດຕະພາບເປັນມູນເຊື້ອກັບບັນດາປະເທດໃນພາກພື້ນ ບານກັງ ເປັນສຳຄັນ, ໃນນັ້ນ, ກຣົວຊີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ.

ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຍັງໄດ້ພົບປະກັບ ລັດຖະມົນຕີກະຊວງເສດຖະກິດການເງິນ ມາຣົກ, ລັດຖະມົນຕີການຕ່າງປະເທດ ເປຣູ ແລະ ຮອງລັດຖະມົນຕີການຕ່າງປະເທດ ລິດເວຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top