• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງໃນການເຊື່ອມໂຍງ ແລະ ພັດທະນາ

      ເວທີປາໄສການຮ່ວມມືຊັບພະຍາກອນນ້ຳແມ່ຂອງ - ລ້ານຊ້າງ ດ້ວຍຫົວຂໍ້ “ການຮ່ວມມືແກ້ໄຂບັນດາສິ່ງທ້າທາຍ ແລະ ຊຸກຍູ້ການພັດທະນາລວມ” ຄັ້ງທີ 2 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 7 – 8 ທັນວາ ດ້ວຍຮູບແບບທາງໄກ.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ
(ພາບ: CTV/Vietnam+)
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ການນຳຂັ້ນສູງການຮ່ວມມືແມ່ນ້ຳຂອງ - ລານຊ້າງ ຕ້ອງກໍ່ສ້າງແຜນການພັດທະນາສັງລວມ ແລະ ຍືນຍົງ ໃຫ້ແກ່ທົ່ວ ເຂດອ່າງໂຕງແມ່ນ້ຳ ບົນພື້ນຖານພິຈາລະນາ ບັນດາເງື່ອນໄຂຢ່າງລະອຽດ ແລະ ຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ,ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ບັນດານະໂຍບາຍ ແລະ ການກະທຳ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ ແມ່ນເໝາະສົມກັບບັນດາເປົ້າໝາຍຂອງການນຳຂັ້ນສູງໃນການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ແມ່ນພື້ນຖານຟູພື້ນຖານເສດຖະກິດຂຽວພາຍຫຼັງໂລກລະບາດໂຄວິດ - 19, ພັດທະນາແບບຍືນຍົງບົນພື້ນຖານເສດຖະກິດຂຽວພາຍຫຼັງໂລກລະບາດໂຄວິດ - 19, ພັດທະນາແບບຍືນຍົງບົນພື້ນຖານບັນດາເປົ້າໝາຍພັດທະນາແບບຍືນຍົງ ຂອງ ສປຊ ແລະ ບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບກັບບັນດາປະເທດ ເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສຸດຂອງບັນດາປະເທດສະມາຊິກ, ຊຸກຍູ້ການຮ່ວມມືກັບທຸກໆຄູ່ຮ່ວມມື ເພື່ອໃຫ້ແມ່ນ້ຳຂອງ - ລ້ານຊ້າງ ກາຍເປັນລຳແມ່ນ້ຳຂອງ ບັນດາພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ເຊື່ອມຕໍ່ແຫ່ງນ້ຳໃຈມິດຕະພາບ ແລະ ການຮ່ວມມື, ການເຊື່ອມໂຍງແລະ ການພັດທະນາ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top