• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ໂຮນລັງໃຫ້ຫຼາຍກ່ວາອີກ

      ຕອນບ່າຍວັນທີ 6 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ໂອ້ລົມທາງໂທລະກັບ ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ໂຮນລັງ ໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)
      ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ໂຮນລັງ ກ່ຽວກັບການເມືອງ - ການພົວພັນຕ່າງປະເທດ, ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາກະສິກຳ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາກວ່າ ໂຮນລັງຈະໜູນຊ່ວຍຫວຽດນາມ ເຊື່ອມຕໍ່ບັນດາທ່າກ່ຳປັ່ນ ແລະ ເຂດອຸດສາຫະກຳ ກັບ ເອີລົບ, ຊ່ວຍເພີ່ມທະວີສະມັດຕະພາບສິນຄ້າສົ່ງອອກ ຂອງ ຫວຽດນາມ ໄປຍັງບັນດາຕະຫຼາດນີ້, ພ້ອມທັງຊຸກຍູ້ລັດຖະສະພາໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVFTA) ໂດຍໄວ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ມີການເຕີບໂຕໂດຍໄວຢ່າງແຮງ ແລະ ຍືນຍົງກ່ວາອີກ.
      ນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ໂຮນຫຼັງໃນບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ ໃນນັ້ນມີບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ການແກ້ໄຂບັນດາການຂັດແຍ້ງອີງໃສ່ກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top