• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ເປັນຢ່າງດີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ (ພາບ:Nhật Bắc/VGP)

ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ພວມຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.

ໂດຍຕີລາຄາສູງເລື່ອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ໄດ້ຮັບຄຳເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊນະນະ ດ້ຽນບຽນຝູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ການຢ້ຽມຢາມຂອງທ່ານລັດຖະມົນຕີ ມີຄວາມໝາຍສຳຄັນ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ເປັນຢ່າງດີ; ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງແຮງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ຝລັ່ງ, ສະໜັບສະໜູນ, ຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ແລະ ຄະນະກຳມະການເອີລົບ (EC) ຍຸບເລິກບັດເຫຼືອງສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ບົນພື້ນຖານຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຈັບຫາປາໂດຍຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໂດຍໄວ.

ສ່ວນທ່ານລັດຖະມົນຕີ Sebastien Lecornu ເນັ້ນໜັກວ່າ: ຝ່າຍ ຝລັ່ງ ຖືເປັນສຳຄັນການພົວພັນກັບ ຫວຽດນາມ; ຢັ້ງຢືນສອງຝ່າຍອາດຈະບັນລຸໄດ້ອະນາຄົດແຫ່ງການຮ່ວມມືດີງາມກ່ວາບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ເຄົາລົບກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top