• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ຫຼາຍກວ່າເກົ່າ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Jacinda Ardern ກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Jacinda Ardern ກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern  

ຕອນບ່າຍວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-17 ພະຈິກ, ຕາມຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Jacinda Ardern ກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເພື່ອເພີ່ມທະວີການພົວພັນດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ໃນຫຼາຍຂົງເຂດອື່ນ ກໍຄືເລື່ອງ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືບາງສະບັບ.

ສ່ວນທ່ານນາງນາຍົກລັດຖະມົນຕີ Jacinda Ardern ຕີລາຄາສູງບັນດາທັດສະນະທີ່ຄ້າຍຄືກັນໃນນະໂຍບາຍການຕ່າງປະເທດຂອງ 2 ປະເທດ ແມ່ນການຮັກຫອມສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ ແລະ ແຜນນະໂຍບາຍແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານນາງນາຍົກລັດຖະມົນຕີ Jacinda Ardern, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ, 2 ປະເທດເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່ຄື: ການຫັນປ່ຽນພະລັງງານ, ການເຕີບໂຕສີຂຽວ, ເປີດສາຍການບິນໂດຍກົງຕາມລະດູ ແລະ ການຮ່ວມມືລະຫວ່າງຍບັນດາມະຫາວິທະຍາໄລ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top