• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊີເກມ 31 ງານມະຫະກຳກິລາແຫ່ງຄວາມສາມັກຄີ, ມິດຕະພາບ

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ ຊີເກມ 31 ແມ່ນບ່ອນເຕົ້າໂຮມ, ເຜີຍແຜ່ນ້ຳໃຈສາມັກຄີ - ມິດຕະພາບ, ແມ່ນການພົວພັນແລກປ່ຽນພື້ນຖານວັດທະນະທຳຂອງ 11 ປະເທດ ໃນພາກພື້ນ. ນັ້ນແມ່ນຄວາມເປັນເອກະພາບໃນຄວາມຫຼາກຫຼາຍສີສັນຂອງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຖະແຫຼງ ອັດງານມະຫາກຳກິລາ SEA Games 31 (ພາບ: TTXVN)  

 ຕອນຄ່ຳວັນທີ 23 ພຶດສະພາ, ພິທີປິດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (ຊີເກມ 31) ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ຖ້າຫາກວ່າມາດຕະຖານຂອງພິທີເປີດແມ່ນດຶງດູດໃຈມີລັກສະນະວັດທະນະທຳມະນຸດ ແລະ ສົ່ງແຮງບັນດານໃຈແລ້ວ, ສ່ວນລາຍການສິລະປະພິເສດຂອງພິທີປິດງານ ຊີເກມ 31 ແມ່ນທົບທວນຄືນບັນຍາກາດອັນຟົດຟື້ນຂອງ ຊີເກມ ຍາກທີ່ຫຼົງລືມໄດ້ ຕໍ່ກັບເພື່ອນມິດສາກົນ ແລະ ສະແດງໃຫ້ເຫັນຮູບພາບຂອງປະເທດຫວຽດນາມ ບໍ່ພຽງແຕ່ຢຸດຢູ່ທີ່ວັດທະນະທຳທີ່ເຂັ້ມແຂງດ້ວຍສີສັນຊາດເທົ່ານັ້ນ, ຫານຍັງເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກັບສາກົນ ດ້ວຍທ່າອ່ຽງພັດທະນາດູດດື່ມໄວໜຸ່ມ. ຜົນສຳເລັດຂອງງານມະຫາກຳກິລາຊີເກມ ຄັ້ງທີ 31 ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມມານະພະຍາຍາມ, ຂອງປະເທດເຈົ້າພາບ ຫວຽດນາມ, ການສະໜັບສະໜູນຢ່າງສຸດໃຈຂອງບັນດາປະເທດໃນພາກພື້ນ, ຂອງບັນດາຫຼຽນໄຊຊະນະ, ບັນດານສະຖິຕິໃໝ່ທີ່ສ້າງໄດ້ ຫາກຍັງແມ່ນບົດເພງທີ່ມີລັກສະນະສັດຊື່, ສູງສົ່ງ, ເປັນການຢັ້ງຢືນເຖິງອະນາຄົດແຫ່ງການພັດທະນາອັນດີງານຂອງກິລາໃນພາກພື້ນ ກຳລັງກ້າວເຂົ້າໃກ້ກັບລະດັບຂອງທະວີບ ແລະ ໂລກ  ກ່າວຄຳເຫັນທີ່ງານປິດງານມະຫະກຳກິລາ ຊີເກມ ຄັ້ງທີ 31, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ:

ພວກເຮົາໄດ້ເຕົ້າໂຮມກັນຢູ່ທີ່ນີ້ ເພື່ອປະກອບສ່ວນຢືນຢັນວິໄສທັດ ແລະ ພາລະກຳຂອງ ອາຊຽນ, ນັ້ນແມ່ນຄວາມສາມັກຄີ - ສັນຕິພາບ - ມິດຕະພາບ - ການຮ່ວມມື ແລະ ພັດທະນາ. ວິໄສທັດນັ້ນພາລະກຳນັ້ນໄດ້ລື່ນກາຍຄຸນຄ່າຂອງເຫດການງານກິລາອາຊີຕາເວັນອອກສ່ຽງໃຕ້. ໂດຍແມ່ນປະເທດເຈົ້າພາບແມ່ນສະມາຊິກທີ່ເປັນເຈົ້າການຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ອາຊຽນ ແລະ ປະຊາຄົມສາກົນດ້ວຍຈິດໃຈຮັກແພງ ແຂກຄົນ ແລະ ມີຄວາມເຄົາລົບການນຳພັກ, ລັດ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງເຫດການນີ້. ໃນໄລຍະທີ່ຜ່ານມາຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງສຸດຂີດເພື່ອສະກັດກັ້ນຕ້ານ ແລະ ຄວບຄຸມໂລກລະບາດ Covid-19 ຢ່າງມີປະສິດທິຜົນ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ປົກກະຕິ, ສຸມໃສ່ຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມພ້ອມກັນນັ້ນກໍ່ໃຫ້ບູລິມະສິດດີທີ່ສຸດເພື່ອໃຫ້ຄວາມພ້ອມ ແລະ ຈັດຕັ້ງງານມະຫາກຳກິລາ ຊີເກມ 31 ໃຫ້ສຳເລັດເລັດຜົນ

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ ຊີເກມ 31 ແມ່ນບ່ອນເຕົ້າໂຮມ, ເຜີຍແຜ່ນ້ຳໃຈສາມັກຄີ - ມິດຕະພາບ, ແມ່ນການພົວພັນແລກປ່ຽນພື້ນຖານວັດທະນະທຳຂອງ 11 ປະເທດ  ໃນພາກພື້ນ. ນັ້ນແມ່ນຄວາມເປັນເອກະພາບໃນຄວາມຫຼາກຫຼາຍສີສັນຂອງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້. ທັງຫມົດແມ່ນເພື່ອການພັດທະນາຂອງກິລາອາຊີຕາເວັນອອກສ່ຽງໃຕ້ ແລະ ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງ - ຈະເລີນຮຸ່ງເຮືອງ.

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top