• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວກະສິກອນ ແລະ ວິສາຫະກິດໄຕງວຽນ ຮ່ວມສຳພັນເພື່ອສົ່ງອອກຜະລິດຕະພັນກະເສດໄປຕ່າງປະເທດ

ການສ້າງເຂດປູກຕົ້ນໝາກໄມ້ກິນໝາກຕາມລະບົບຮ່ວມສຳພັນ ກໍ່ພວມໄດ້ຮັບການຍູ້ແຮງຢູ່ແຂວງ ດັກນົງ ດ້ວຍບັນດາປະເພດໝາກຫຼາຍຊະນິດໄມ້ຄື: ໝາກຖົ່ວລຽນ, ໝາກນອດ, ໝາກມ່ວງ, ອາໂວກາໂດ. ຫຼາຍເຂດປູກຕົ້ນໄມ້ກິນໝາກໃນບໍລິເວນແຂວງກໍ່ໄດ້ຮັບລະຫັດກຳນົດຜະລິດຕະພັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ.

ຊາວກະສິກອນ ແລະ ວິສາຫະກິດຢູ່ເຂດໄຕງວຽນ ພວມຮ່ວມສຳພັນສ້າງບັນດາເຂດປູກຕົ້ນໄມ້ກິນໝາກທີ່ມີຄຸນນະພາບສູງ, ອອກລະຫັດກຳນົດຜະລິດຕະພັນ ດ້ວຍຂັ້ນຕອນການປູກຝັງຮັບປະກັນຄຸນນະພາບ, ເປັນເອກະພາບຜະລິດຕະພັນ. ວີທີເຮັດດັ່ງກ່າວພວມນຳມາເຊິ່ງປະສິດທິຜົນໃຫ້ແກ່ຊາວກະສິກອນ ແລະ ບັນດາວິສາຫະກິດສົ່ງອອກ, ຊຸກຍູ້ກະສິກຳພັດທະນາຕາມທິດໃໝ່ ດ້ວຍມູນຄ່າສູງ ແລະ ຍືນຍົງ.

  ເຂດປູກໝາກຖົ່ວລຽນຢູ່ແຂວງເລິມດົ່ງ  

 ປະຈຸບັນ, ແຂວງເລິມດົ່ງ ມີເນື້ອທີ່ປູກຕົ້ນໝາກຖົ່ວລຽນປະມານ 10.000 ເຮັກຕາ ແລະ ນີ້ແມ່ນໜຶ່ງໃນບັນດາປະເພດຜະລິດຕະພັນກະເສດທີ່ມີມູນຄ່າສູງຂອງທ້ອງຖິ່ນ. ທ່ານຫວໍ້ຫີ້ວລອງ, ຜູ້ອຳນວຍການບໍລິສັດຜະລິດການຄ້າລອງຖູຍ ຈຳກັດ ຢູ່ເມືອງບ໋າວເລິມ ແຂວງເລິມດົ່ງ ໃຫ້ຮູ້ວ່າ: ປະຈຸບັນ, ຕະຫຼາດ ແລະ ສົ້ນອອກຂອງໝາກຖົ່ວລຽນ ແມ່ນມີຄວາມເປັນປົກກະຕິ. ພິເສດ, ດ້ວຍເລື່ອງໄດ້ຮັບລະຫັດເຂດປູກ, ວິສາຫະກິດກໍ່ສາມາດສົ່ງອອກຕາມໂກຕາ ແລະ ນຳມາເຊິ່ງກຳໄລສູງໃຫ້ທັງຜູ້ປູກ ແລະ ວິສາຫະກິດ:

ເມື່ອຜູ້ປູກໄດ້ຮັບລະຫັດເຂດປູກ ແລະ ມີຂັ້ນຕອນການຜະລິດກຳນົດກ່ຽວກັບການຜະລິດກະສິກຳດີ (VietGAP) ຢ່າງຄົບຖ້ວນແລ້ວ, ຖ້າວິສາຫະກິດມີໜັງສືອະນຸຍາດສົ່ງອອກ ຈະຊື້ໃນລາຄາສູງກ່ວາຕະຫຼາດແຕ່ 15.000-20.000 ດົ່ງ. ໃນໄລຍະຜ່ານມາ, ທາງວິສາຫະກິດໄດ້ເຊັນສັນຍາຊື້ໝາກໄມ້ດ້ວຍປະລິມານ 6000ໂຕນ ສຳລັບບັນດາເນື້ອທີ່ໄດ້ຮັບລະຫັດ ແລະ ມີການສົມທົບກັນໃນລະບົບຂອງວິສາຫະກິດ.

ການສ້າງເຂດປູກຕົ້ນໝາກໄມ້ກິນໝາກຕາມລະບົບຮ່ວມສຳພັນ ກໍ່ພວມໄດ້ຮັບການຍູ້ແຮງຢູ່ແຂວງ ດັກນົງ ດ້ວຍບັນດາປະເພດໝາກຫຼາຍຊະນິດໄມ້ຄື: ໝາກຖົ່ວລຽນ, ໝາກນອດ, ໝາກມ່ວງ, ອາໂວກາໂດ. ຫຼາຍເຂດປູກຕົ້ນໄມ້ກິນໝາກໃນບໍລິເວນແຂວງກໍ່ໄດ້ຮັບລະຫັດກຳນົດຜະລິດຕະພັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ. ທ່ານບຸ່ຍຝູໂຕນ, ຜູ້ອຳນວຍການບໍລິສັດການຄ້າສົ່ງອອກນຳເຂົ້າ ງຽບຊວັນ ຈຳກັດ ຢູ່ນະຄອນຢາເຫງັ້ຍ, ແຂວງດັກນົງ ໃຫ້ຮູ້ວ່າ, ດ້ວຍການສ້າງລະບົບຮ່ວມສຳພັນ, ບັນດາຜະລິດຕະພັນຂອງບໍລິສັດ ມີຄຸນນະພາບສູງ ແລະ ເທົ່າທຽມກັນ, ນຳມາເຊິ່ງລາຄາສູງເມື່ອສົ່ງອອກ:

ຕະຫຼາດຕ່າງປະເທດໄດ້ຮຽກຮ້ອງຕ້ອງມີການສົ່ງອອກຕາມໂຄຕາ. ການສົ່ງຕາມໂຄຕາຮຽກຮ້ອງຕ້ອງມີລະຫັດເຂດປູກ, ລະຫັດຂອງຮາກຖານຫຸ້ມຫໍ່ຕາມບັນດາມາດຕະຖານໃດໜຶ່ງ, ຫາກບໍ່ແມ່ນການສົ່ງອອກຄືກ່ອນນີ້.

ທ່ານນາງຫງວຽນທິຕິງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດັກນົງ ໃຫ້ຮູ້ວ່າ, ດ້ວຍເລື່ອງອອກລະຫັດເຂດປູກຝັງນັ້ນ, ໝາກໄມ້ປະເພດຕ່າງໆຂອງແຂວງ ສາມາດສົ່ງອອກໄປຕ່າງປະເທດຕາມໂຄຕາດ້ວຍປະລິມານຫຼາຍກ່ວາ, ມີມູນຄ່າສູງກ່ວາ ແລະ ປຊຊ ໄດ້ຮັບຜົນຫຼາຍກ່ວາ. ໂດຍແມ່ນແຂວງທີ່ມີພື້ນຖານເສດຖະກິດດ້ວຍກະສິກຳເປັນທ່າແຮງນັ້ນ, ດັກນົງ ພວມສຸມໃສ່ຍູ້ແຮງການພັດທະນາການຮ່ວມສຳພັນລະບົບ ແລະ ເຂດປູກຝັງທີ່ມີລະຫັດກຳນົດຜະລິດຕະພັນ:

ການສ້າງເຂດປູກຝັງຕ້ອງຕິດພັນກັບການສ້າງລະບົບຮ່ວມສຳພັນ, ເພື່ອສ້າງເຂດວັດຖຸດິບ ແລະ ເຂດປູກຝັງທີ່ຮັບປະກັນຄຸນນະພາບ ເພື່ອສາມາດຮູ້ໄດ້ກົກເຄົ້າ. ໃນເນື້ອໃນຂອງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ກໍ່ໄດ້ກຳນົດການນຳເອົາການຮ່ວມສຳພັນລະບົບ ເພື່ອສ້າງເຂດວັດຖຸດິບເປັນປົກກະຕິ, ຍືນຍົງ ເພື່ອຮັບໃຊ້ເຕັກໂນໂລຊີປຸງແຕ່ງ ກໍ່ຄືການສົ່ງອອກໃນຕໍ່ໜ້າ.

ເຂດປູກຝັງທີ່ມີລະຫັດກຳນົດຜະລິດຕະພັນ ດ້ວຍຂັ້ນຕອນການປູກຝັງຮັບປະກັນຄຸນນະພາບ ໄດ້ນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ຊາວກະສິກອນ ແລະ ບັນດາວິສາຫະກິດສົ່ງອອກຜະລິດຕະພັນກະເສດຢູ່ໄຕງວຽນ. ບັນດາທ້ອງຖິ່ນໃນເຂດ ພວມຖືເປັນສຳຄັນການພັດທະນາ ເພື່ອສາມາດນຳບັນດາຜະລິດຕະພັນກະເສດຕົ້ນຕໍອອກສູ່ໂລກ./.      

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top