• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນງານ​ວາງ​ສະ​ແດງ “ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອ​ງ​ຊົນ​ເຜົ່າ​ຕ່າງໆ​ ຢູ່ ຫວຽດ​ນາມ”

ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆ ຢູ່ ຫວຽດນາມ”.

ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆ ຢູ່ ຫວຽດນາມ”.

    

ເຄື່ອງດົນຕີພື້ນເມືອງທີ່ໄດ້ວາງສະແດງໃນງານວາງສະແດງ (ພາບ: ຄະນະຈັດຕັ້ງ)

ງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ” ຈະຈັດຂຶ້ນແບບໂດຍກົງໃນລະຫວ່າງວັນທີ 7 ເມສາ - 11 ເມສາ ຢູ່ ຫໍພິພິທະພັນ ນະຄອນ ເກີ່ນເທີ ແລະ ຈະວາງສະແດງແບບອອນລາຍໃນເວັບໄຊ  http://trienlamvhnt.vn ແລະ http://sovhttdl.cantho.gov.vn ໃນລະຫວ່າງວັນທີ 9 ເມສາ ຫາວັນທີ 30 ພຶດສະພາ.

ງານວາງສະແດງໂດຍຫໍພິພິທະພັນວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ປະຕິບັດ. ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານດັ່ງກ່າວ. ງານວາງສະແດງຍັງມີເຂດວາງສະແດງເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງແຕ່ລະແຂວງ, ນະຄອນ, ເຊິ່ງລວມມີ ເກີ່ນເທີ, ດັກລັກ, ນິງທ້ວນ, ບ່າເຣ້ຍ - ຫວູງເຕົາ, ເຮົ້າຢາງ, ຕ່ຽນຢາງ, ຫວິງລອງ, ດົ່ງທາບ, ເຕິຍນິງ, ອານຢາງ ແລະ ບາກລຽວ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top