• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອິນເດຍ ປຶກສາຫາລືກ່ຽວກັບບັນຫາຊາຍແດນ

      ຈີນ ແລະ ອິນເດຍ ພວມຈັດຕັ້ງກອງປະຊຸມຄັ້ງທີ 19 ກ່ຽວກັບກົນໄກປຶກສາຫາລື ແລະ ການຮ່ວມມືໃນບັນດາບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ.

ທ່ານ ແຢວງອວ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ  (ພາບ:AFP/TTXVN)  
      ວັນທີ 30 ກັນຍາ, ທ່ານ ແຢວງອວ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອິນເດຍ ພວມຈັດຕັ້ງກອງປະຊຸມຄັ້ງທີ 19 ກ່ຽວກັບກົນໄກປຶກສາຫາລື ແລະ ການຮ່ວມມືໃນບັນດາບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ.
        ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດເນື້ອໃນ 5 ຂໍ້ທີ່ລັດຖະມົນຕີກະຊວງການຕ່າງປະເທດສອງປະເທດບັນລຸໄດ້ຢູ່ນະຄອນຫຼວງມົດສະກູ (ປະເທດລັດເຊຍ) ກໍຄືຄົ້ນຄວ້າ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນພື້ນທີ່ຕົວຈິງ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top