• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອາຊຽນ ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ

      ຈີນ ແມ່ນປະເທດນຳໜ້າໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ແມ່ນຄູ່ຮ່ວມມືໃຫຍ່ຂອງ ອາຊຽນ ໃນການຊຸກຍູ້ພື້ນຖານເສດຖະກິດດີຈີຕອນໃນພາກພື້ນ.

ຈີນ ແລະ ອາຊຽນ ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ (ພາບ: THX/TTXVN)
      ຈີນ ແລະ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາວ່າໃນປີນີ້ ຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ. ກ່າວຄຳເຫັນທີ່ເຫດການທາງອອນລາຍ ເຊິ່ງເປັນຂີດໝາຍໃຫ້ແກ່ການເລີ່ມຕົ້ນປີຮ່ວມມືເສດຖະກິດດີຈີຕອນ ຈີນ - ອາຊຽນ, ທ່ານ ຍິວວູ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ຈະເປີດກ້ວາງການຮ່ວມມືໃນຂົງເຂດເຕັກໂນໂລຊີ 5ຈີ, ເຊື່ອມຕໍ່ອິນເຕີແນັດສັບພະສິ່ງ (LoT), ປັນຍາປະດິດ, ໜູນໃຊ້ LoT ເຂົ້າໃນຂົງເຂດຜະລິດ ກໍ່ຄືໝູນໃຊ້ເຕັກນິກດີຈີຕອນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
        ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຮູ້ວ່າ: ຈີນ ແມ່ນປະເທດນຳໜ້າໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ແມ່ນຄູ່ຮ່ວມມືໃຫຍ່ຂອງ ອາຊຽນ ໃນການຊຸກຍູ້ພື້ນຖານເສດຖະກິດດີຈີຕອນໃນພາກພື້ນ.
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top