
ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ (ພາບ: THX/TTXVN )
ໃນສະພາບການທີ່ປະກົດມີຄວາມວິຕົກກັງວົນຫລາຍຢ່າງກ່ຽວກັບນະໂຍບາຍອາລັກຂາເສດຖະກິດຂອງ ອາເມລິກາ ຈະສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດ ຈີນ.
ວັນທີ 30 ກັນຍາ, ກ່າວຄຳເຫັນທີ່ນະຄອນຫລວງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ຢືນຢັນວ່າ ຈີນ ຕັດສິນໃຈສະໜັບສະໜູນບັນດາລະບົບຫລາຍຝ່າຍ ໂດຍອີງໃສ່ບັນດາຫຼັກການ. ຕາມທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ແລ້ວ, ຈີນ ຈະນັບມື້ນັບເປີດປະຕູ, ແບ່ງປັນກາລະໂອກາດ ແລະ ຜົນງານແຫ່ງການພັດທະນາກັບບັນດາປະເທດອື່ນໆທັງໝົດ, ໃນຂະນະທີ່ຍັງຄົງຮັກສາບັນດາຜົນປະໂຫຍດການພັດທະນາຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)