ຂ່າວສານ

ຈີນ ແຂງກະດ້າງຕໍ່ນະໂຍບາຍອາລັກຂາການຄ້າຂອງ ອາເມລິກາ

      ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ຍົກອອກຄຳກ່າວເຕືອນສຳລັບນະໂຍບາຍ “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດໝົດ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, 

ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ (ພາບ:  THX/TTXVN )
      ໃນສະພາບການທີ່ປະກົດມີຄວາມວິຕົກກັງວົນຫລາຍຢ່າງກ່ຽວກັບນະໂຍບາຍອາລັກຂາເສດຖະກິດຂອງ ອາເມລິກາ ຈະສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດ ຈີນ.
       ວັນທີ 30 ກັນຍາ, ກ່າວຄຳເຫັນທີ່ນະຄອນຫລວງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ຢືນຢັນວ່າ ຈີນ ຕັດສິນໃຈສະໜັບສະໜູນບັນດາລະບົບຫລາຍຝ່າຍ ໂດຍອີງໃສ່ບັນດາຫຼັກການ. ຕາມທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ແລ້ວ, ຈີນ ຈະນັບມື້ນັບເປີດປະຕູ, ແບ່ງປັນກາລະໂອກາດ ແລະ  ຜົນງານແຫ່ງການພັດທະນາກັບບັນດາປະເທດອື່ນໆທັງໝົດ, ໃນຂະນະທີ່ຍັງຄົງຮັກສາບັນດາຜົນປະໂຫຍດການພັດທະນາຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)


top