• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ອິນ​ໂດ​ເນ​ເຊຍ ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ 2 + 2, ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ 2 ຝ່າຍ

ວັນທີ 13 ສິງຫາ, ຈີນ ແລະ ອິນໂດເນເຊຍ ເລີ່ມປະຕິບັດກົນໄກສົນທະນາ 2 + 2 ລະຫວ່າງລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ດ້ວຍກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທຳອິດ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ.
ບັນດາເຈົ້າໜ້າທີ່ອາວຸໂສຂອງ ຈີນ, ອິນໂດເນເຊຍ ເປັນປະທານກອງປະຊຸມ (ພາບ:ກະຊວງການຕ່າງປະເທດ ຈີນ)

ຕາມກະຊວງການຕ່າງປະເທດ ຈີນ, ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືລະຫວ່າງ ຈີນ - ອິນໂດເນເຊຍ, ກໍຄືການຮ່ວມມືຍຸດທະສາດການຕ່າງປະເທດ, ການປ້ອງກັນຊາດ ລະຫວ່າງສອງຝ່າຍ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມເປັນຈຳນວນຫຼາຍ. ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້ “ເປັນຂີດໝາຍຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງປະເທດກ້າວຂຶ້ນລະດັບສູງໃໝ່”

ແຈ້ງການສື່ມວນຊົນຂອງກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ, ສອງຝ່າຍໄດ້ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງ ຈີນ - ອິນໂດເນເຊຍ ແລະ ສະແດງຄວາມພ້ອມເພີ່ມທະວີການຕິດຕໍ່ພົວພັນ ແລະ ການສົມທົບ, ຍົກສູງການຮ່ວມມືດ້ານການເມືອງ, ການປ້ອງກັນຄວາມສະຫງົບ ແລະ ຄວາມໄວ້ເນື້ອເຊື່ອໃຈມິດຕະພາບສອງຝ່າຍຢ່າງຕໍ່ເນື່ອງ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ອິນໂດເນເຊຍ ບັນລຸໄດ້ຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top