• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ - ອາເມລິກາ ມີຜົນປະໂຫຍດແຊກຊ້ອນກັນຢ່າງແໜ້ນແຟ້ນ

      ຕອນບ່າຍວັນທີ 21 ສິງຫາ, ທີ່ການຖະແຫຼງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຈີນ, ທ່ານໂຄສົກ ເກີງສວງ ໄດ້ສືບຕໍ່ຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນລະຫວ່າງ ຈີນ ແລະ ອາເມລິກາ, ທ່ານເນັ້ນໜັກເຖິງລັກສະນະຊ່ວຍຊູກັນຂອງພື້ນຖານເສດຖະກິດ 2 ປະເທດ ກໍ່ຄືບັນດາຜົນປະໂຫຍດແຊກຊ້ອນຢ່າງແໜ້ນແຟ້ນລະຫວ່າງ 2 ຝ່າຍ.

ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດ ຈີນ
      ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ທາດແທ້ຂອງການພົວພັນດ້ານການຄ້າລະຫວ່າງ ຈີນ - ອາເມລິກາ ແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນມີໄຊຊະນະ. ດ້ວຍບົດບາດເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງກັນ, 2 ປະເທດ ຈີນ ແລະ ອາເມລິກາ ມີຜົນປະໂຫຍດແຊກຊ້ອນຢ່າງແໜ້ນແຟ້ນ. ຖ້າຫາກວ່າ ມີແຕ່ຝ່າຍໜຶ່ງຝ່າຍດຽວມີຜົນປະໂຫຍດ ນັ້ນຈະບໍ່ມີສະພາບການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ ຮ່ວມມືກັນຢ່າງແໜ້ນແຟ້ນຄືປັດຈຸບັນ. ທ່ານ ເກີງສວງ ຖືວ່າ: ເລື່ອງ 2 ປະເທດຍັງມີການຂັດແຍ້ງກັນໃນຂົງເຂດການຄ້າ ບໍ່ມີອັນໃດທີ່ເປັນໜ້າວິຕົກກັງວົນ, ສຳຄັນແມ່ນ 2 ຝ່າຍສາມາດສືບຕໍ່ດຳເນີນການເຈລະຈາ ເພື່ອພ້ອມກັນຊອກຫາວິທີການແກ້ໄຂຮ່ວມກັນ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top