• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ອາເມລິກາ ບັນລຸໄດ້ຂໍ້ຕົກລົງ 5 ຂໍ້ກ່ຽວກັບການພົວພັນຮອບດ້ານ

ລະອຽດຄື, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມຢືດໝັ້ນ ເພື່ອແນໃສ່ຮັກສາສະຖຽນລະພາບ ແລະ ການພັດທະນາໃນການພົວພັນ ຈີນ - ອາເມລິກາ ບົນພື້ນຖານວິໄສທັດ San Francisco ທີ່ການນຳສອງຝ່າຍ ຍົກອອກມາໃນການພົບປະໃນປີ 2023.
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken (ພາບ:AFP/TTXVN)

ອາເມລິກາ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງ 5 ຂໍ້ ກ່ຽວກັບການພົວພັນຮອບດ້ານ, ໃນນັ້ນ, ເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍຕາມທິດສະຖຽນລະພາບ ແລະ ພັດທະນາ. ນີ້ແມ່ນໝາກຜົນຂອງການພົບປະແລກປ່ຽນລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken, ໃນວັນທີ 26 ເມສາ, ຢູ່ ປັກກິ່ງ (ປະເທດຈີນ).

ລະອຽດຄື, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມຢືດໝັ້ນ ເພື່ອແນໃສ່ຮັກສາສະຖຽນລະພາບ ແລະ ການພັດທະນາໃນການພົວພັນ ຈີນ - ອາເມລິກາ ບົນພື້ນຖານວິໄສທັດ San Francisco ທີ່ການນຳສອງຝ່າຍ ຍົກອອກມາໃນການພົບປະໃນປີ 2023. ສອງຝ່າຍກໍ່ເຫັນດີເປັນເອກະພາບຮັກສາບັນດາການແລກປ່ຽນ ແລະ ພົບປະຂັ້ນສູງຢູ່ທຸກຂັ້ນ, ສືບຕໍ່ອະນຸຍາດໃຫ້ຟື້ນຟູ ແລະ ສ້າງຕັ້ງບັນດາກົນໄກປຶກສາການເມືອງ, ເສີມຂະຫຍາຍບົດບາດໃນບັນດາຂົງເຂດການທູດ, ເສດຖະກິດ, ການເງິນ, ການຄ້າ, ສືບຕໍ່ປະຕິບັດບັນດາການພົວພັນແລກປ່ຽນດ້ານການທະຫານ ແລະ ຊຸກຍູ້ການຮ່ວມມື ຈີນ - ອາເມລິກາ ກ່ຽວກັບການຄວບຄຸມຢາເສບຕິດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ປັນຍາປະດິດ.

(ແຫຼ່ງຄັດຈາກ VOV)

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ວັນທີ 03 ມີນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ຕາແສງ ອານເຍິນເຕີຍ ແລະ ເຕິຍອານໂຮ້ຍ, ນະຄອນ ໂຮ່ຈີມິນ.

Top