• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ສະ​ໜັບ​ສະ​ໜູນ​ອີ​ຣາ​ນ ປົກ​ປັກ​ຮັກ​ສາ ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ

ຈີນສະໜັບສະໜູນອີຮານໃນການປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ, ໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງກຽມພ້ອມຮັກສາການຕິດຕໍ່ພົວພັນກັບ ອີຣານ.
ຖະແຫຼງການສະໜັບສະໜູນ ອີຣານໃນການປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງ. ຖະແຫຼງການຂອງ ທ່ານລັດຖະມົນຕີ ຫວ່າງອີ ໄດ້ຍົກອອກມາໃນການເຈລະຈາທາງໂທລະສັບໃນວັນທີ 11 ສິງຫາກັບທ່ານ Ali Bagheri Kani ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອີຣານ.

ໃນການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນຕາເວັນອອກກາງ. ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ຈີນແລ້ວ, ທ່ານຫວ່າງອີ ໄດ້ຢັ້ງຢືນຄືນໃໝ່ເລື່ອງປັກກິ່ງ ຄັດຄ້ານ ແລະ ກ່າວປະນາມຢ່າງຮູນແຮງ ເຫດລອບສັງຫານ ທ່ານ Ismail Haniyeh ການນຳຂະບວນການອິດສະລາມ ຮາມາດສ ຢູ່ເຕເຮຣານ ໃນວັນທີ 31 ກໍລະກົດ. ທ່ານ ຫວ່າງອີ ຖືວ່າ ການບຸກໂຈມຕີນີ້ກໍ່ຜົນກະທົບຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານປະກາດ ຈີນສະໜັບສະໜູນອີຮານໃນການປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ, ໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງກຽມພ້ອມຮັກສາການຕິດຕໍ່ພົວພັນກັບ ອີຣານ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top