• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ພ້ອມແລ້ວຈະຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ທ່ານນາຍົກລັດຖະມົນຕີ ຫຼີສຽງ ໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2024, ຫວຽດນາມ - ຈີນ ໄດ້ຮັກສາການພົບປະແລກປ່ຽນຂັ້ນສູງຢ່າງສະໜິດແໜ້ນ ແລະ ບັນລຸໄດ້ຫຼາຍໝາກຜົນຮ່ວມມືອັນດີງາມ.
ສຳນັກຂ່າວສານ ຊິນຮວາ (ພາບ: TTXVN)

ແຕ່ວັນທີ 12 – 14 ຕຸລາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ໄດ້ໄປ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 12 – 14 ຕຸລາ. ບັນດາສຳນັກຂ່າວສານ ແລະ ສື່ມວນຊົນທາງການຂອງ ຈີນ ພ້ອມກັນໃຫ້ຂ່າວກ່ຽວກັບເຫດການດັ່ງກ່າວ.

     ຕາມສຳນັກຂ່າວສານ ຊິນຮວາ, ກ່າວຄຳເຫັນທີ່ສະໜາມບິນສາກົນ ໂນ້ຍບາຍ, ພາຍຫຼັງມາຮອດ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫຼີສຽງ ໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2024, ຫວຽດນາມ - ຈີນ ໄດ້ຮັກສາການພົບປະແລກປ່ຽນຂັ້ນສູງຢ່າງສະໜິດແໜ້ນ ແລະ ບັນລຸໄດ້ຫຼາຍໝາກຜົນຮ່ວມມືອັນດີງາມໃນຫຼາຍຂົງເຂດ. ເລື່ອງສ້າງປະຊາຄົມແບ່ງປັນອະນາຄົດ ມີບາດກ້າວເລີ່ມຕົ້ນຢ່າງດີງາມ. ທ່ານຢືນຢັນວ່າ, ຍາມໃດ ຈີນ ກໍ່ຖື ຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ.

ໃນຂະນະນັ້ນ, ຕາມໜັງສືພິມປະຊາຊົນລາຍວັນ, ກ່າວຄຳເຫັນທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫຼີສຽງ ຢືນຢັນວ່າ, ຈີນ ພ້ອມແລ້ວຈະພ້ອມກັບ ຫວຽດນາມ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດໂດຍມີຄຸນນະພາບ ແລະ ລະດັບສູງກວ່າ; ທ່ານປາດຖະໜາວ່າ 2 ຝ່າຍພ້ອມກັນຊຸກຍູ້ການຮ່ວມມື ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ການປັບປຸງລະດັບຄວາມສະດວກດ້ານການຄ້າ ແລະ ການລົງທຶນໃຫ້ແໜ້ນແຟ້ນກວ່າ, ຮັກສາສະຖຽນລະພາບ ແລະ ລຸລ່ວງໃຫ້ແກ່ລະບົບສະໜອງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top